ວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານ ຈັດຕັ້ງ WEF ອາຊຽນ 2018

(VOVWORLD) -ຕອນບ່າຍວັນທີ 4 ກັນຍາ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ມີການພົບປະກັບຕາງໜ້າວິສາຫະກິດ ທີ່ອຸປະຖໍາໃຫ້ແກ່ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ 2018 (WEF ອາຊຽນ) ເຊິ່ງຈະດໍາເນີນຢູ່ຮ່າໂນ້ຍແຕ່ວັນທີ 11 – 13 ກັນຍາ 2018.

ວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານ ຈັດຕັ້ງ WEF ອາຊຽນ 2018 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຖ່າຍຮູບກັບຕາງໜ້າວິສາຫະກິດທີ່ອຸປະຖໍາໃຫ້ WEF ອາຊຽນ 2018 ທີ່ການພົບປະ

(ພາບ: Hai Minh/VGP)

ກ່າວຄໍາເຫັນທີ່ການພົບປະ ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນ ໄດ້ຕີລາຄາສູງ ແລະ ຊົມເຊີຍການປະກອບສ່ວນ, ການຮ່ວມເດີນທາງຂອງບັນດາວິສາຫະກິດຫວຽດນາມໃນການຈັດຕັ້ງ WEF ອາຊຽນ 2018 - ເຊິ່ງເປັນເຫດການພົວພັນຕ່າງປະເທດຫຼາຍຝ່າຍສໍາຄັນທີ່ສຸດໃນປີ 2018. ທ່ານເນັ້ນໜັກວ່າ ບັນດາເວທີປາໄສຂອງ WEF  ແມ່ນເວທີປາໄສກ່ຽວກັບແນວຄວາມຄິດ ແລະ ການກໍານົດທິດນະໂຍບາຍ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຖືວ່າ ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ໄດ້ເຊື່ອມຕໍ່, ແບ່ງປັນແນວຄວາມຄິດກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໃນໂລກ.

        ພິເສດ, ໃນຂອບເຂດ WEF ອາຊຽນ 2018, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ຈະເປັນປະທານຈັດຕັ້ງກອງປະຊຸມສຸດຍອດດໍາເນີນທຸລະກິດຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ - ເຊື່ອມຕໍ່ຢ່າງມີຫົວຄິດປະດິດສ້າງ” ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ສາກົນ ແລະ ພາຍໃນປະເທດກວ່າ 1.000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ