ວິ​ສາ​ຫະ​ກິດ​ເກືອບ 99.000 ແຫ່ງຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃໝ່​ໃນ 9 ເດືອນ​ຕົ້ນ​ປີ 2020

(VOVWORLD) -ກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການເຄື່ອນໄຫວຂອງ ວິສາຫະກິດ ຫຼາຍແຫ່ງໃນທຸກໆຂົງເຂດ. 

ແຕ່ສັງເກດລວມໃນ 9 ເດືອນຕົ້ນປີ, ທົ່ວປະເທດມີວິສາຫະກິດເກືອບ 99.000 ແຫ່ງ ຈົດທະບຽນຂໍສ້າງຕັ້ງໃໝ່. ພ້ອມກັນນັ້ນ ກໍຍັງມີວິສາຫະກິດ 34.6000 ແຫ່ງ ໄດ້ກັບຄືນສູ່ເຄື່ອນໄຫວເປັນປົກກະຕິ, ເພີ່ມຂຶ້ນ 25,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ກໍຕາມກົມໃຫຍ່ສະຖິຕິແລ້ວ, ດ້ວຍຄວາມປະເອີບໃຈຂອງບັນດາວິສາຫະກິດທີ່ຍັງໃຫຍ່ຫຼວງຢູ່ ຂະນະທີ່ຜົນການສຳຫຼວດທ່າອຽງດຳເນີນທຸລະກິດຂອງບັນດາວິສາຫະກິດຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ ໃນໄຕມາດ 3 ຂອງປີ 2020 ໃຫ້ຮູ້ວ່າ, ມີກວ່າ 32% ຈຳນວນວິສາຫະກິດ ໄດ້ຕີລາຄາສະພາບການຜະລິດດຳເນີນທຸລະກິດ ໃນໄຕມາດ 3 ປີ 2020 ດີກວ່າ ໄຕມາດ 2 ປີ 2020 ; ເກືອບ 36 % ຈຳນວນວິສາຫະກິດ ຖືວ່າ ສະພາບການຜະລິດ, ດຳເນີນທຸລະກິດເປັນປົກກະຕິ.


ຕອບກັບ

ຂ່າວ/ບົດ​ອື່ນ