ວິສາຫະກິດເບິ່ງແຍງວຽກງານໜູນຊ່ວຍສັງຄົມໃຫ້ປະຊາຊົນ

ວິສາຫະກິດເບິ່ງແຍງວຽກງານໜູນຊ່ວຍສັງຄົມໃຫ້ປະຊາຊົນ - ảnh 1
(ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ
ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ)

(vovworld) - ​​ ​ວັນ​ທີ 01/02, ຢູ່​ແຂວງ ​ເບ໋ນ​ແຈ, ການ​ນຳ​ບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ເໜືອ​ໃຕ້ 79 (ດ່າ​ໜັງ) ​ໄດ້ມອບເງິນຈຳນວນ 5 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ​ເບ໋ນ​​ແຈ ​ເພື່ອ​ປຸກສ​້າງ​ເຮືອນ​ຢູ່​ໃຫ້​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຂອງຂວັນ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຍ້ອງຍໍຊົມ​ເຊີຍ​ ​ແລະ ຕີ​ລາຄາ​ສູງບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ເໜືອ​ໃຕ້ 79 (ດ່າ​ໜັງ) ທີ່​ມີ​ຄວາມ​ເອົ​າ​ໃຈ​ໃສ່, ​ເບິ່ງ​ແຍງ​​ວຽກ​ງານ​ໜູນ​ຊ່ວຍ​ສັງຄົມ​ຢູ່​ແຂວງ ​ເບ໋ນ​ແຈ. ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ແຂວງ ​ເບ໋ນ​ແຈ ​ໃຫ້ບຸລິມະສິດ​ນຳ​ໃຊ້​ຈຳນວນ​ເງິນ​ດັ່ງກ່າວ ​ເພື່ອ​ຊ່ວຍ​ເຫຼືອ​ການ​ປຸກ​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ​ນະ​ໂຍບາຍ, ຄອບຄົວປະສົ​ບກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ.

 

ຂ່າວ/ບົດ​ອື່ນ