ວິ​ສາ​ຫະກິດ​ເປັນ​ເ​ຈົ້າການ​ເຂົ້າ​ຮ່ວມ​ການ​ຫັນບັນດາ​ຄໍາໝັ້ນສັນຍາ​ໃນ EVFTA ​​ເປັນຂໍ້​ກໍານົດ​ກົດໝາຍ

(VOVWORLD) - ທ່ານນາງ ຟຸ່ງທີ່ລານເຟືອງ, ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, VCCI ຈະຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ  ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ.

        ພ້ອມກັນນັ້ນ, ຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວຂົນຂວາຍນະໂຍບາຍ ເພື່ອເຜີຍແຜ່ການປະກອບຄໍາເຫັນ, ຂໍ້ສະເໜີຂອງວິສາຫະກິດມາຍັງບັນດາອົງການລັດທີ່ມີສ່ວນກ່ຽວຂ້ອງໃນວິວັດການປັບປຸງບັນດານະໂຍບາຍ, ກົດໝາຍປະຕິບັດ ສັນຍາ EVFTA. ຕາມທ່ານນາງ ຟຸ່ງທິລານເຟືອງ ແລ້ວ, ບັນດາວິສາຫະກິດຕ້ອງເປັນເຈົ້າການໃນການເຂົ້າຮ່ວມວິວັດການຫັນບັນດາຄໍາໝັ້ນສັນຍາໃນສັນຍາ EVFTA ໃຫ້ເປັນຂໍ້ກໍານົດກົດໝາຍ ພ້ອມກັບບັນດາອົງການເຈົ້າໜ້າທີ່, ເພື່ອບັນລຸໄດ້ບັນດາຂໍ້ກໍານົດທີ່ເປັນປະໂຫຍດທີ່ສຸດສໍາລັບວິສາຫະກິດ. ດ້ວຍຖານະເປັນອົງການຕາງໜ້າໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມທີ່ໃຫຍ່ສຸດ, VCCI ມີສູນ WTO  ແລະ ການເຊື່ອມໂຍງ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດກ່ຽວກັບທຸກບັນຫາທີ່ກ່ຽວຂ້ອງເຖິງ WTO ແລະ FTA, ໃນນັ້ນ ມີສັນຍາ EVFTA. 

ຕອບກັບ

ຂ່າວ/ບົດ​ອື່ນ