ວິສາຫະກິດເຢຍລະມັນເປີດກ້ວາງການພົວພັນຮ່ວມມືກັບບັນດາວິສາຫະກິດຫວຽດນາມ

ວິສາຫະກິດເຢຍລະມັນເປີດກ້ວາງການພົວພັນຮ່ວມມືກັບບັນດາວິສາຫະກິດຫວຽດນາມ - ảnh 1
ທ່ານ Peter Alltschekow ຜູ້ອຳນວຍການ ຮັບຜິດຊອບ
ເຂດຕາເວັນອອກ ເຢຍລະມັນຂອງ GTAI
(ພາບອິນເຕີແນັດ)

(vovworld) – ວັນ​ທີ 5/10, ຫ້ອງ​ການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ອົງການ​ຈັດ​ຕັ້ງ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ (Germany Trade & Invest - GTAI) ສົມທົບ​ກັບ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເຢຍລະ​ມັນ ປະຈຳ ຫວຽດນາມ (GIC/AHK ຫວຽດນາມ) ຈະ​ຈັດຕັ້ງ ​ແລ​ະ ຮ່ວມ​ເດີນທາງ​ກັບ​ຄະນະ​ປະຕິບັດ​ງານ​ລວມມີ​ວິ​ສາ​ຫະກິດ 10 ​ແຫ່ງ​ມາ​ຈາກ​ບັນດາ​ລັດ​ພາກ​ຕາ​ເວັນ​ອອກ ສາ​ທະ​ລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ດ້ວຍ​ຈຸດ​ປະສົງ​ເຊື່ອມ​ຕໍ່, ຊອກ​ຮູ້​ຕະຫລາດ, ຊອກ​ຫາ​ຄູ່​ຮ່ວມ​ມື ​ແລະ ຄົ້ນຄວ້າ​ການ​ລົງທຶນ​ຢູ່ ຫວຽດນາມ. ​ໃນ​ຂອບ​ເຂດ​ຂອງ​ໂຄງການ, GTAI ​ແລະ GIC/AHK ຫວຽດນາມ ຈະ​ຈັດ​ຕັ້ງ 2 ​ເວທີ​ປາ​ໄສ​ລວມມີ: “ຂົວ​ຕໍ່​ດ້ານ​ການ​ຄ້າ​ວິ​ສາ​ຫະກິດ​ ເຢຍລະ​ມັນ - ຫວຽດນາມ 2015” ຢູ່​ນະຄອນ ຮ່າ​ໂນ້ຍ ​ໃນ​ວັນ​ທີ 13/10/2015 ​ແລະ ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 15/10/2015. ທີ່​ເວທີ​ປາ​ໄສ, ວິ​ສາ​ຫະກິດ 2 ປະ​ເທດ​ຈະ​ມີ​ກາລະ​ໂອກາດ​ພົບ​ປະ, ​ແລະ​ປ່ຽນ​ບົດຮຽນ​​ໃນການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ ກໍ​ຄື​ກ່ຽວ​ກັບ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ. ຜ່ານ​ນັ້ນ ປະກອບສ່ວນ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ ​ເພື່ອ​ແນະນຳ​ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ກ່ຽວ​ກັບ ຫວຽດນາມ ​ແລະ ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ ​ເຢຍລະ​ມັນ ​ເຖິງ​ວິ​ສາ​ຫະກິດ ຫວຽດນາມ​.

ຂ່າວ/ບົດ​ອື່ນ