ວິ​ສາ​ຫະກິດ​ເອີຣົບ ຕີ​ລາຄາ​ສູງ​ຕໍ່​ນະ​ໂຍບາຍ​ຮັບ​ມື​ຂອງຫວຽດນາມ

(VOVWORLD) -ວັນທີ 08 ເມສາ, ສະຫະສະມາຄົມວິສາຫະກິດເອີຣົບ ຢູ່ຫວຽດນາມ (EuroCham) ໄດ້ປະກາດໝາກຜົນ ດັດຊະນີສະພາບແວດລ້ອມດໍາເນີນທຸລະກິດ (BCI) ໄຕມາດ 1/2020 - ເຊິ່ງເປັນດັດຊະນີທີ່ໄດ້ອັບເດດການຕີລາຄາຂອງການນໍາບັນດາວິສາຫະກິດເອີຣົບ ກ່ຽວກັບສະພາບແວດລ້ອມດ້ານການຄ້າ, ການລົງທຶນ ແລະ ແງ່ຫວັງຂອງຂົງເຂດດໍາເນີນທຸລະກິດຢູ່ຫວຽດນາມເປັນປະຈຳ. 
ວິ​ສາ​ຫະກິດ​ເອີຣົບ ຕີ​ລາຄາ​ສູງ​ຕໍ່​ນະ​ໂຍບາຍ​ຮັບ​ມື​ຂອງຫວຽດນາມ - ảnh 1 (ພາບປະກອບ: TTXVN)

ດັດຊະນີ BCI ໄດ້ຊີ້ໃຫ້ເຫັນວ່າ ມີການນໍາວິສາຫະກິດເອີຣົບ ຢູ່ຫວຽດນາມ ກວ່າ 90% ໃຫ້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ວິສາຫະກິດຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ໝາກຜົນດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດ, ສະມາຊິກ EuroCham ຕີລາຄາສູງຕໍ່ບັນດາມາດຕະການຂອງລັດຖະບານຫວຽດນາມ; ໃນນັ້ນ ມີຄໍາສັ່ງເລກທີ 11 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດໍາເນີນທຸລະກິດຢ່າງຮີບດ່ວນ, ຮັບປະກັນການຊ່ວຍໜູນສັງຄົມ, ຮັບມືກັບໂລກລະບາດໂຄວິດ - 19. ລະອຽດແມ່ນ, ມີວິສາຫະກິດເອີຣົບປະມານ 75% ທີ່ເຂົ້າຮ່ວມການສໍາຫຼວດໃຫ້ຮູ້ວ່າ ເລື່ອງຕໍ່ກໍານົດເວລາເສຍພາສີອາກອນປະເພດຕ່າງໆ, ກໍຄືການເສຍອາກອນມູນຄ່າເພີ່ມ, ອາກອນລາຍໄດ້ຂອງວິສາຫະກິດ,... ກໍຈະເປັນປະໂຫຍດຊ່ວຍ ວິສາຫະກິດຫຼາຍແຫ່ງ.

ທ່ານ Nicolas Audier, ປະທານ EuroCham, ຢັ້ງຢືນວ່າ ຢູ່ຫວຽດນາມ, ຖ້າຫາກບໍ່ມີບັນດາການກະທໍາຢ່າງວ່ອງໄວ ແລະ ເດັດຂາດດັ່ງກ່າວຂອງລັດຖະບານແລ້ວ, ແນ່ນອນວ່າ ສະພາບການຈະຮ້າຍແຮງກວ່ານີ້ອີກ. ທ່ານກໍໃຫ້ຮູ້ວ່າ  ທາງ EuroCham ຍາມໃດກໍໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການຮັກສາພື້ນຖານການເຕີບໂຕເສດຖະກິດຍາວນານຂອງຫວຽດນາມ ແລະ ບັນດາປະເທດສະມາຊິກ ຍາມໃດກໍພ້ອມແລ້ວທີ່ຈະແບ່ງປັນບັນດາຂໍ້ສະເໜີແນະທີ່ດີ ເພື່ອຊ່ວຍຫຼຸດຜ່ອນການຂາດວັກຂາດຕອນໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ ຍ້ອນໂລກລະບາດໂຄວິດ - 19 ແລະ ກ່ອນອື່ນໝົດແມ່ນຮັກສາສຸຂະພາບ ແລະ ຜົນປະໂຫຍດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ