ວິ​ສາ​ຫະ​ກິດ​ເອີ​ຣົບ ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ໃນໄລຍະຍາວ, ແງ່ຫວັງຂອງບັນດາວິສາຫະກິດ EU ຈະນັບມື້ນັບໄດ້ຮັບການປັບປຸງ, ດ້ວຍ 71% ວິສາຫະກິດຮູ້ສຶກເຫັນວ່າ ມີຄວາມຕັ້ງໜ້າຕໍ່ແງ່ຫວັງໄລຍະຍາວຂອງເຂົາເຈົ້າຢູ່ ຫວຽດນາມ ໃນໄລຍະ 5 ປີ ຈະມາເຖິງ.
ວິ​ສາ​ຫະ​ກິດ​ເອີ​ຣົບ ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ຜົນການສຳຫຼວດດັດຊະນີ ໄຕມາດ I/2024 (ພາບ: thitruongtaichinhtiente.vn) 

ວັນທີ 8 ເມສາ, ສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham) ປະກາດໝາກຜົນສຳຫຼວດ ກວ່າ 1.400 ສະມາຊິກຂອງ EuroCham ໂດຍຊີ້ໃຫ້ເຫັນວ່າ ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດ (BCI) ຂອງບັນດາວິສາຫະກິດເອີຣົບ ຢູ່ ຫວຽດນາມ ໃນໄຕມາດ 1 ປີ 2024 ບັນລຸ 52,8 ຄະແນນ ເຊິ່ງເປັນລະດັບສູງສຸດນັບແຕ່ປີ 2022 ມານີ້.        

              ກວ່າເຄິ່ງໜຶ່ງຈຳນວນວິສາຫະກິດທີ່ຖືກຖາມ ໄດ້ຄາດຄະເນວ່າ ຈຳນວນໃບສັ່ງຊື້ສິນຄ້າ ແລະ ລາຍຮັບຈະສູງກວ່າໃນໄຕມາດທີ 2. ໄປຄຽງຄູ່ກັນນັ້ນ, ມີ 40% ວິສາຫະກິດມີແຜນການເພີ່ມກຳລັງແຮງງານໃນໄຕມາດທີ 2. ໃນໄລຍະຍາວ, ແງ່ຫວັງຂອງບັນດາວິສາຫະກິດ EU ຈະນັບມື້ນັບໄດ້ຮັບການປັບປຸງ, ດ້ວຍ 71% ວິສາຫະກິດຮູ້ສຶກເຫັນວ່າ ມີຄວາມຕັ້ງໜ້າຕໍ່ແງ່ຫວັງໄລຍະຍາວຂອງເຂົາເຈົ້າຢູ່ ຫວຽດນາມ ໃນໄລຍະ 5 ປີ ຈະມາເຖິງ.

              ທ່ານ Thue Quist Thomasen, ຜູ້ອຳນວຍການຝ່າຍບໍລິຫານ Decision Lab, ເຊິ່ງເປັນຫົວໜ່ວຍປະຕິບັດການສຳຫຼວດ ໄດ້ເຊື່ອໝັ້ນວ່າ ແນ່ນອນວ່າ ຫວຽດນາມ ຈະມີຄວາມສາມາດກາຍເປັນປະເທດລົງທຶນດີທີ່ສຸດຂອງພາກພື້ນ ແລະ ບັນດານະໂຍບາຍເປັນເຈົ້າການ, ການສຸມໃສ່ບັນດານັກລົງທຶນນັ້ນ ຈະເປັນປັດໄຈຍູ້ໄວການພັດທະນາຂອງ ຫວຽດນາມ ໃຫ້ໄວກວ່າອີກ.

ເລເຟືອງ


ຕອບກັບ

ຂ່າວ/ບົດ​ອື່ນ