ວິ​ສາ​ຫະ​ກິດ​ເອີ​ລົບ ປະ​ເອີບ​ໃຈ​ກ່​ວາ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມດ້ານ​ການ​ຄ້າ ແລະ ການ​ລ​ົງ​ທຶນ​ຂອງ​ຫວຽດ​ນາມ

(VOVWORLD) - ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ໃນປີ 2021 ບັນລຸໄດ້ກ່ວາ 31 ຕຶ້ USD, ເພີ່ມຂຶ້ນ ກ່ວາ 9%  ເມື່ອທຽບກັບປີ 2020.
ວິ​ສາ​ຫະ​ກິດ​ເອີ​ລົບ ປະ​ເອີບ​ໃຈ​ກ່​ວາ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມດ້ານ​ການ​ຄ້າ ແລະ ການ​ລ​ົງ​ທຶນ​ຂອງ​ຫວຽດ​ນາມ - ảnh 1

 (ພາບປະກອບ:VOV)

   ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ 19 ແຕ່ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ໃນປີ 2021 ບັນລຸໄດ້ກ່ວາ 31 ຕຶ້ USD, ເພີ່ມຂຶ້ນ ກ່ວາ 9%  ເມື່ອທຽບກັບປີ 2020. ໃນນັ້ນ, ບັນດາວິສາຫະກິດເອີລົບ ພວມຕີລາຄາຢ່າງປະເອີບໃຈ ຕໍ່ ສະພາບແວດລ້ອມການຄ້າ ແລະ ການລົງທຶນຂອງຫວຽດນາມ.

   ຕາມການສຳຫຼວດຫວ່າງແລ້ວນີ້, ປະຈຸບັນ, ມີເຖິງ 58% ການນຳບັນດາວິສາຫະກິດເອີລົບ ພວມຄາດຄະເນຄວາມເປັນປົກກະຕິ ແລະ ການເຕີບໂຕເສດຖະກິດຂອງຫວຽດນາມ ໃນໄຕມາດທີ 1 ປີນີ້ວ່າ ຈະເພີ່ມ 8 ຄະແນນເມື່ອທຽບກັບໄລຍະກ່ອນ. ທ່ານໂດ້ເຍິດຮ່ວາງ, ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ ສັນຍານທີ່ໜ້າຊື່ນຊົມແມ່ນ ບັນດາໂຄງການລົງທຶນເຂົ້າຫວຽດນາມ ຍັງມຸ່ງໄປເຖິງຄຸນຄ່າເພີ່ມສູງ.

ຕອບກັບ

ຂ່າວ/ບົດ​ອື່ນ