ວິສາຫະກິດເອີລົບຮັບເອົາກາລະໂອກາດຂອງສັນຍາເສລີການຄ້າຫວຽດນາມ-ອີຢູ

ວິສາຫະກິດເອີລົບຮັບເອົາກາລະໂອກາດຂອງສັນຍາເສລີການຄ້າຫວຽດນາມ-ອີຢູ - ảnh 1
ທ່ານ Phil Hogan ກຳມະການ​ຮັບຜິດຊອບ​ກະສິກຳ ​ແລະ
ພັດທະນາ​ຊົນນະບົດ​ຂອງ​ສະຫະພາບ ​ເອີ​ລົບ
(ພາບ: alchetron.com)


(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 02 – 04/11, ທ່ານ Phil Hogan ກຳມະການ​ຮັບຜິດຊອບ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ນຳ​ໜ້າ​ຄະນະ​ຜູ້​ແທນ​ຂອງ​ວິ​ສາ​ຫະກິດ ອີ​ຢູ 40 ​ແຫ່ງ ຈະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ຊອກ​ຫາ​ກາລະ​ໂອ​ກາດ​​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ ຮັບ​ເອົາ​ສັນຍາ​ເສລີ​ການ​ຄ້າ ຫວຽດນາມ - ອີ​ຢູ (EVFTA). ​ເພື່ອ​ກະກຽມ​ໃຫ້ການ​ຢ້ຽມຢາມ​ດັ່ງກ່າວ, ວັນ​ທີ 13/10 ຢູ່ Brussels, ກົມ​ໃຫຍ່​ກະສິກຳ​ຂຶ້ນ​ກັບ​ຄະນະ​ກຳມະການ ​ເອີ​ລົບ (EC) ຈັດ​ຕັ້ງ​ການ​ພົບ​ປະ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ລະຫວ່າງ​ບັນດາ​ສະມາຊິກ​ໃນ​ຄະນະ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ນີ້​ແມ່ນ​ກາລະ​​ໂອກາດ ​ເພື່ອ​ໃຫ້​ຄະນະ​ບັນດາເຈົ້າ​ໜ້າ​ທີ່ ​ແລະ ວິ​ສາ​ຫະກິດ ອີ​ຢູ ຊອກ​ຮູ້​ຂໍ້​ມູນ​ຂ່າວ​ຈຳ​ເປັນ ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງການ​ດຳ​ເນີນ​ທຸລະ​ກິດ, ທ່າ​ອ່ຽງບໍລິ​ໂພ​ກອຸປະ​ໂພ​ກ ກໍ່​ຄື​ບັນດາ​ຂົງ​ເຂດ ​ເຊິ່ງວິ​ສາ​ຫະກິດ ອີ​ຢູ ສາມາດ​ຮ່ວມ​ມື​ກັບ ຫວຽດນາມ

 

ຂ່າວ/ບົດ​ອື່ນ