ວິ​ສາ​ຫາ​ກິດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ນຳ​ໜ້າ​ໃນ​ບັນ​ດາ​ຂະ​ແໜງ​ຜະ​ລິດ​ສີ​ຂຽວ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນຳປະຕິບັດ ບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຢ່າງຄົບຊຸດຢ່າງມີປະສິດທິຜົນໃນທຸກຂົງເຂດ.
ວິ​ສາ​ຫາ​ກິດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ນຳ​ໜ້າ​ໃນ​ບັນ​ດາ​ຂະ​ແໜງ​ຜະ​ລິດ​ສີ​ຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ການແຂ່ງຂັນສີຂຽວທົ່ວໂລກ: ຈາກຍຸດທະສາດຕະຫຼອດຮອດການປະຕິບັດດຳເນີນທຸລະກິດແບບຍືນຍົງ ແມ່ນ ຫົວຂໍ້ຂອງເວທີປາໄສວິສາຫະກິດພັດທະນາແບບຍືນຍົງ ຫວຽດນາມ (VCSF) 2023 ທີ່ໄດ້ດຳເນີນໃນວັນທີ 23 ສິງຫາຢູ່ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 10 ຢ່າງຕໍ່ເນື່ອງ ທີ່ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຂອງເວທີປາໄສ,ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ການພັດທະນາແບບຍືນຍົງຕ້ອງຕິດພັນກັບການພັດທະນາກວມລວມໃນ 3 ເສົາຄ້ຳ: ພັດທະນາເສດຖະກິດແບບຍືນຍົງ, ພັດທະນາສັງຄົມ, ວັດທະນະທຳ ແລະ ມະນຸດແບບຍືນຍົງ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນຳປະຕິບັດ ບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຢ່າງຄົບຊຸດຢ່າງມີປະສິດທິຜົນໃນທຸກຂົງເຂດ.

ແລະກໍ່ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນຈຸດສຸມຄື: ຍູ້ແຮງການຜັນຂະຫຍາຍຮູບແບບເສດຖະກິດໝູນວຽນ, ປ່ອຍອາຍພິດລົງລະດັບຕ່ຳ, ສ້າງລະບົບສະໜອງສີຂຽວ, ຫັນປ່ຽນພະລັງງານແບບຍືນຍົງ, ພັດທະນາເສດຖະກິດທະເລສີຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ