ວິຫານບູຊາປະທານ ໂຮ່ຈີມິນ ຢູ່ ຈ່າວິງ ຕ້ອນຮັບແຂກມາໄຫວ້ອາໄລເປັນຈຳນວນຫຼວງຫຼາຍ

ວິຫານບູຊາປະທານ ໂຮ່ຈີມິນ ຢູ່ ຈ່າວິງ ຕ້ອນຮັບແຂກມາໄຫວ້ອາໄລເປັນຈຳນວນຫຼວງຫຼາຍ - ảnh 1
ວິຫານບູຊາປະທານ ໂຮ່ຈີມິນ ຢູ່ ຈ່າວິງ ຕ້ອນຮັບ
ແຂກມາໄຫວ້ອາໄລເປັນຈຳນວນຫຼວງຫຼາຍ

(vovworld) - ຕາມ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ​ວິຫານ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ແຂວງ ຈ່າ​ວິ​ງ ​ແລ້ວ, ​ໃນ​ວັນ​ທີ 28 ​ແລະ 29/1 (ໝາຍ​ເຖິງ​ວັນ​ທີ 1 ​ແລະ ທີ 2 ຂອງ​ບຸນ​ເຕັດ), ມີ​ແຂກ​ມາ​ທ່ຽວ​ຊົມ ​ແລະ ​ໄຫວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ປູຊະນີຍະສະຖານ​ນີ້​ປະມານ 2.000 ​ເທື່ອ​ຄົນ. ຖ້າ​ຫາກ​ວ່າ​ໃນ​ຊຸມ​ປີ ກ່ອນ​ແຂກ​ມາ​ແຫ່ງ​ນີ້​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່ ສ່ວນ​ຫຼາຍ​ແມ່ນ​ຊາວ​ທ້ອງ​ຖີ່​ນ, ​ແຕ່​ໃນ​​ໂອກາດ​ບຸນ​ເຕັດປີ​ນີ້, ຈຳນວນ​​ແຂກ​ມາ​ຈາກ​ແຂວງ​ອື່ນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ.

        ​ເຂດ​ປູຊະນີຍະສະຖານ​ວິຫານ​ບູຊາ​ປະທານ ​ໂຮ່ຈີ​ມິນ ​ແຂວງ ຈ່າ​ວິ​ງ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ປະຫວັດສາ​ດ - ວັດທະນະທຳ​ລະດັບ​ຊາດ​ເມື່ອ​ປີ 1989. ນີ້​ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ປະທານ ​ໂຮ່ຈີ​ມິນ ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ອຸດົມ​ຄະຕິ​ຂອງ​ປະຊາຊົນທາງ​ທິດຕາ​ເວັນ​ຕົກ​ພາກ​​ໃຕ້ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ