ວາງລະເບີດ 3 ຄັ້ງຢ່າງລຽນຕິດ ເຮັດໃຫ້ຊາວຊີຣີຖືກເສຍຊີວິດ ແລະ ຮັບບາດເຈັບ 50 ຄົນ

ວາງລະເບີດ 3 ຄັ້ງຢ່າງລຽນຕິດ ເຮັດໃຫ້ຊາວຊີຣີຖືກເສຍຊີວິດ ແລະ ຮັບບາດເຈັບ 50 ຄົນ - ảnh 1

ວາງລະ​ເບີດ​ 3 ຄັ້ງ​ຢ່າງ​ລຽນຕິດ ​ເຮັດ​ໃຫ້​ຊາວ​ຊີຣີຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ 50 ຄົນ

(ພາບປະກອບ)

(vovworld) - ​ມີຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 22 ຄົນ ​ແລະ ຜູ້​ຖືກ​​ບາດ​ເຈັບ 30 ຄົນ ​ໃນ​ເຫດ​ວາງລະ​ເບີດ​​ 3 ຄັ້ງຢ່າງ​ລຽນຕິດ ​ໂດຍ​ເລັ່ງ​ໃສ່​ບັນດາ​ປ້ອມ​ກວດກາ​ທະ​ການ​ເມື່ອ​ວັນ​ທີ 16/1 ຢູ່ ​ແຂວງ Idlib, ທາງ​ພາກ​ເໝືອ ຊີຣີ. ​ເຫດ​ວາງລະ​ເບີດ​ 3 ຄັ້ງ​ດັ່ງກ່າວ​ເກີດ​ຂຶ້ນ​ພາຍຫຼັງ​ 1 ວັນ​ທີ່ມະຫາວິທະຍາ​ໄລ Aleppo ຂຶ້ນ​ກັບ​ພາກ​ເໜືອ​ປະ​ເທດ​ນີ້​ຖືກ​ວາງ​ລະ​ເບີດ, ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 87 ຄົນ. ທັງ​ກຳລັງທະ​ຫານ​ລັດຖະບານ ​ແລະ ກຳລັງ​ລຸກ​ຮື​ຂຶ້ນ​ລ້ວນ​ແຕ່ຖິ້ມ​ໂທດ​​ກໍ່​ໃຫ້​ເກີດ​​ເຫດ​ວາງ​ລະ​ເບີ​ດທີ່​ນອງ​ເລືອດ​ດັ່ງກ່າວ​ໃຫ້​ກັນ. ​ໃນ​ວັນ​ທີ 16/1, ບັນດາ​ມະຫາວິທະຍາ​ໄລ​ໃນ​ທົ່ວ​ປະ​ເທດ ຊີຣີ ​ໄດ້​ປິດ​ປະຕູ​ເພື່ອ ອາ​ໄລ​ຫາ​ຜູ້​ຖືກ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ທະຫານລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ ຍັງ​ຄົງ​ສືບ​ຕໍ່​​ເກີດ​ຂຶ້ນ​ຢູ່​ບໍລິ​ເວນ​ໃກ້​ກັບ​ນະຄອນຫຼວງ Damascus.

ຂ່າວ/ບົດ​ອື່ນ