ວາງລະເບີດຢູ່ປາກິດສະຖານເຮັດໃຫ້ຫລາຍຄົນເສຍຊີວິດແລະຮັບບາດເຈັບ

ວາງລະເບີດຢູ່ປາກິດສະຖານເຮັດໃຫ້ຫລາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
​​ເຫດ​ວາງ​ລະ​ເບີດ​ຢູ່ ປາ​ກິດ​ສະຖານ
(ພາບ: AFP)

(vovworld) – ​​ເຫດ​ວາງ​ລະ​ເບີດ​ຢູ່ ປາ​ກິດ​ສະຖານ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 12 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ປະມານ 50 ຄົນ ​ເມື່ອ​ລະ​ເບີດ​ໜ່ວຍ​ໜຶ່ງ​ລະ​ເບີດ​ຢູ່​ເມືອງ​ເອກ Kurram ຂຶ້ນ​ກັບ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ປາ​ກິດ​ສະຖານ ຕິດ​ກັບ​ຊາຍ​ແດນ ອາບກາ​ນິດ​ສະຖານ. ຄາດ​ຄະ​ເນວ່າຈຳນວນ​ຜູ້​ເສຍ​ຊີວິດ​ຍັງຈະ​ເພີ່ມ​ຂຶ້ນອີກ ​ຍ້ອນວ່າ​ມີ​ຫລາຍຄົນ​ໄດ້​ຮັບ​ບາດ​ເຈັບໜັກ​. ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ອົງການ​ໃດອອກ​ມາ ຮັບຜິດຊອບ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ. Kurram ​ແມ່ນ​ໜຶ່ງ​ໃນຈຳນວນ 7 ​​ເຂດເຄິ່ງປົກ​ປອງ​ດ້ວຍ​ຕົນ​ເອງ ​ເປັນບ່ອນ​​​ເຕົ້າ​ໂຮມ​ບັນດາ​ເຜົ່າຕ່າງໆ​ຢູ່ ປາ​ກິດ​ສະຖານ. ນີ້​ແມ່ນ​ເຂດ​ທີ່​ເຄີຍ​ເກີດ​ການ​ປະ​ທະ​ກັນລະຫວ່າງ Sunni ​ແລະ Shiites ​ເປັນ​ປະຈຳ.

 

ຂ່າວ/ບົດ​ອື່ນ