ວາງລະ​ເບີດ​ລົດ​ເຮັດ​ໃຫ້​ມີຫຼາຍກ່​ວາ 30 ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ ຢູ່​ຊີ​ຣີ

(VOVWORLD) - ກຳລັງປ້ອງກັນພົນລະເຮືອນ ຊີຣີໃຫ້ຮູ້ວ່າ ມີຢ່າງໜ້ອຍສຸດ 30 ຄົນຖືກຮັບບາດເຈັບ, ໃນນັ້ນມີບາງຄົນເຈັບສະຫັດ ແລະ ໄດ້ສົ່ງໄປຍັງໂຮງໝໍເພື່ອປິ່ນປົວ.
ວາງລະ​ເບີດ​ລົດ​ເຮັດ​ໃຫ້​ມີຫຼາຍກ່​ວາ 30 ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ ຢູ່​ຊີ​ຣີ - ảnh 1ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ແລ້ວ, ມີຢ່າງໜ້ອຍສຸດ 8 ຄົນ ແລະ ຫຼາຍຄົນຖືກຮັບບາດເຈັບ ພາຍຫຼັງເຫດວາງລະເບີດລົດ ຢູ່ເຂດຕະຫຼາດ, ນະຄອນ Azaz, ແຂວງ Aleppo, ທາງທິດເໜືອ ຊີຣີ ໃນຕອນເຊົ້າວັນທີ 31 ມີນາ. SOHR ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ.

ຕາມປະຊາຊົນທ້ອງຖິ່ນ ແລະ ກຳລັງກູ້ໄພກູ້ຊີບ, ເຫດວາງລະເບີດລົດໄດ້ເກີດຂຶ້ນໃນຈຸດເວລາມີປະຊາຊົນເປັນຈຳນວນຫຼາຍມາຊື້ຂາຍເຄື່ອງຂອງ ພາຍຫຼັງຢຸດຕິການອົດອາຫານໃນເທດສະການເດືອນ Ramadan ຂອງ ຊາວມຸດສະລິມ. ກຳລັງປ້ອງກັນພົນລະເຮືອນ ຊີຣີໃຫ້ຮູ້ວ່າ ມີຢ່າງໜ້ອຍສຸດ 30 ຄົນຖືກຮັບບາດເຈັບ, ໃນນັ້ນມີບາງຄົນເຈັບສະຫັດ ແລະ ໄດ້ສົ່ງໄປຍັງໂຮງໝໍເພື່ອປິ່ນປົວ. ປັດຈຸບັນ ຍັງບໍ່ມີກຳລັງໃດຍອມຮັບປະຕິບັດເຫດວາງລະເບີດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ