ວາງລະເບີດສະຫຼະຊີບຢູ່Baghdadອີຣັກ,ກ່ວາ80ຄົນເສຍຊີວິດ

ວາງລະເບີດສະຫຼະຊີບຢູ່Baghdadອີຣັກ,ກ່ວາ80ຄົນເສຍຊີວິດ - ảnh 1
(ພາບປະກອບ)

(vovworld)- ​ແຫຼ່ງ​ຂ່າວຈາກ​ຕຳຫຼວດ ແລະ ສາ​ທາ​ລະ​ນະ​ສຸກ ຢູ່​​ອີລັກ ໃຫ້​ຮູ້​ວ່າ: ວັນ​ທີ 24/11, ຜູ້​ວາງ​ລະ​ເບີດ​ສະຫຼະ​​ຊີບຜູ້​ໜຶ່ງໄດ້ວາງລະ​ເບີດໃສ່​ລົດ​ຂອງຕົນ ຢູ່ ປ້ຳ​ນ້ຳ​ມັນ ທີ່​ນະ​ຄອນ ak-Hilla ຫ່າງ​ຈາກ​ນະ​ຄອນ Baghdad ​ໄປທາງ​ທິດ​ໃຕ້ 100 ກິ​ໂລ​ແມັດ, ສ່ວນຫຼາຍ​ແມ່ນ​ຊາວ​ນະ​ມັດ​ສະ​ການ​ອີ​ຣັກ. ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​​ເກີດ​ຂື້ນ​ຢູ່​ປ້ຳນ້ຳ​ມັນ ຢູ່​ຕິ​ດ​ກັບ​ຮ້ານ​ອາ​ຫານ, ສະ​ຖານ​ທີ່​​ເຊິ່ງບັນ​ດາ​ຊາວ​ອີ​ຣານພວມ​ພັກ​ເຊົາ​ ພາຍຫຼັງກັບ​ຈາກການ​ໄປ​ນະມັດ​ສະ​ການ Arbaeen ຢູ່​ນະ​ຄອນ Kerbala ​ບ່ອນ​ມີ​ຊາວ​ອິດ​ສະ​ລາ​ມ​ນິ​ກາຍ Shi’ite ​ດຳ​ລົງ​ຊີ​ວິດ​ສ່ວນຫຼາຍ ອົງ​ການ “ລັດ​ອິດ​ສະ​ລາມ”(IS) ອ້າງ​ຊື່​ເອງໄດ້​ຮັບ​ຜິດ​ຊອບ​ເປັນ​ຜູ້​ດຳ​ເນີນ​ເຫດ​ກາ​ນ​ດັ່ງ​ກ່າວ. ປະ​ຈຸ​ບັນ IS ພວມ​ເ​ພີ່ມ​ທະ​ວີ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຄ້າຍ​ຄື​ກັນ ຢູ່ຫຼາຍ​ເຂດ ທີ່​ບໍ່​ຂື້ນ​ກັບ​ສິດ​ຄວບ​ຄຸມ​ຂອງ​ເຂົາ​ເຈົ້າ, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ກີດ​ຂວາງ​ບັ້ນ​ຮົບ​ການ​ທະ​ຫານ​ຂອງ​ລັດ​ຖະ​ບານ​ອີ​ຣັກ ຢູ່ Mosul ນະ​ຄອນ​ສຸດ​ທ້າຍ​ຢູ່​ອີ​ຣັກ ​ທີ່ຍັງ​ຖືກ​ IS ຄວບ​ຄຸມ​.

ຂ່າວ/ບົດ​ອື່ນ