ວາງສະແດງ, ແນະນຳປື້ມເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ລາວ

(VOVWORLD) - ທີ່ງານວາງສະແດງ, ສິ່ງພິມຫຼາຍສະບັບຂຶ້ນກັບໂຄງການຜະລິດຈ່ຳໜ່າຍປື້ມມອບໃຫ້ ສປປ ລາວ ໂດຍໂຮງພິມຈຳໜ່າຍແຫ່ງຊາດ ຊີ້ເທີດ ປະຕິບັດແຕ່ປີ 2018 ມາຮອດປະຈຸບັນ ໄດ້ແນະນຳເຖິງຜູ້ອ່ານ
ວາງສະແດງ, ແນະນຳປື້ມເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ  - ລາວ - ảnh 1ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ
(ພາບ:nhandan.vn)

ວັນທີ 24 ທັນວາ, ທີ່ສາຂາຂອງສຳພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ (ຄວາມຈິງ) ຢູ່ນະຄອນໂຮ່ຈີມິນ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ໄດ້ໄຂ “ງານວາງສະແດງ, ແນະນຳປື້ມເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ລາວ (1962 – 2022)”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງຂ່ຳນັບຮັບຕ້ອນປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ ປີ 2022, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962-5/9/2022)  ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977-18/7/2022).

ທີ່ງານວາງສະແດງ, ສິ່ງພິມຫຼາຍສະບັບຂຶ້ນກັບໂຄງການຜະລິດຈ່ຳໜ່າຍປື້ມມອບໃຫ້ ສປປ ລາວ ໂດຍໂຮງພິມຈຳໜ່າຍແຫ່ງຊາດ ຊີ້ເທີດ ປະຕິບັດແຕ່ປີ 2018 ມາຮອດປະຈຸບັນ ໄດ້ແນະນຳເຖິງຜູ້ອ່ານ, ໃນນັ້ນ, ມີຫຼາຍສິງພິມມີຂອບຂະໜາດໃຫຍ່, ມີຄວາມໝາຍປະຫວັດສາດສຳຄັນຄື: ໂຮ່ຈີມິນ ຄົບຊຸດ; ໂລກຈະປ່ຽນແປງ ແຕ່ແນວຄິດປະທານ ໂຮ່ຈີມິນ ຍັງຄົງຕົວຕະຫຼາດການ; ປະຫວັດສາດແຫ່ງການພົວພັນແບບພິເສດ ຫວຽດນາມ -ລາວ, ລາວ - ຫວຽດນາມ (1930 – 2007); ຫວຽດນາມ - ລາວ ສອງປະເທດພວກເຮົາ; ຊາຍແດນແຫ່ງມິດຕະພາບແບບພິເສດ ຫວຽດນາມ - ລາວ...

ຕອບກັບ

ຂ່າວ/ບົດ​ອື່ນ