ວາງສະແດງບັນດາວັດຖຸພັນກ່ຽວກັບກອງທັບເຮືອປະຊາຊົນ ຫວຽດນາມ

(VOVWORLD) - ເນື້ອໃນການວາງສະແດງໄດ້ແບ່ງເປັນ 2 ພາກ: ແນະນຳກ່ຽວກັບມູນເຊື້ອວິລະຊົນຂອງກອງທັບເຮືອ ປະຊາຊົນ ຫວຽດນາມ ແຕ່ໄລຍະ 1955 ຮອດປີ 2023...
ວາງສະແດງບັນດາວັດຖຸພັນກ່ຽວກັບກອງທັບເຮືອປະຊາຊົນ ຫວຽດນາມ - ảnh 1ທະຫານເຮືອເຂົ້າຮ່ວມງານວາງສະແດງ
(ພາບ: haiphong.gov.vn)

ວັນທີ 14 ມິຖຸນາ, ຢູ່ຫໍພິພິທະພັນ ຫາຍຟ່ອງ, ນະຄອນ ຫາຍຟ່ອງ, ກົມການເມືອງ ກອງທັບເຮືອ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລານະຄອນ ຈັດການວາງສະແດງເອກະສານ, ວັດຖຸພັນກ່ຽວກັບ “50 ປີແຫ່ງວິລະກຳຕ້ານ ອາເມລິກາ ປິດລ້ອມ ແມ່ນ້ຳ, ທະເລຢູ່ພາກເໜືອ ດ້ວຍໝາກມິນລອຍ, ລູກລະເບີດ ສະໜາມແມ່ເຫຼັກ” (27/6/1973 – 27/6/2023). ເນື້ອໃນການວາງສະແດງໄດ້ແບ່ງເປັນ 2 ພາກ: ແນະນຳກ່ຽວກັບມູນເຊື້ອວິລະຊົນຂອງກອງທັບເຮືອ ປະຊາຊົນ ຫວຽດນາມ ແຕ່ໄລຍະ 1955 ຮອດປີ 2023; ແນະນຳເອກະສານ, ວັດຖຸພັນ “50 ປີແຫ່ງວິລະກຳຕ້ານ ອາເມລິກາ ປິດລ້ອມ ແມ່ນ້ຳ, ທະເລຢູ່ພາກເໜືອ ດ້ວຍໝາກມິນລອຍ, ລູກລະເບີດ ສະໜາມແມ່ເຫຼັກ”.

          ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ສ້າງຕັ້ງໃນວັນທີ  7 ພຶດສະພາ 1955. ວິວັດການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່, ພະນັກງານ, ກອງທັບເຮືອປະຊາຊົນ ຫວຽດນາມ ລຸ້ນຕ່າງໆ ໄດ້ສ້າງມູນເຊື້ອ “ຕໍ່ສູ້ຢ່າງພິລະອາດຫານ, ຄວາມສະຫຼາດສ່ອງໄສ, ປະດິດຄິດສ້າງ, ເປັນເຈົ້າເຂດທະເລ, ຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ”. ກອງທັບເຮືອປະຊາຊົນ ຫວຽດນາມ ເປັນກຽດໄດ້ຮັບນາມມະຍົດຫົວໜ່ວຍວິລະຊົນກຳລັງປະກອບອາວຸດປະຊາຊົນ ສອງເທື່ອ; ໝູ່ຄະນະ 79 ເທື່ອ ແລະ ບຸກຄົນ 57 ຄົນ ໄດ້ຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ວິລະຊົນແຮງງານ; ພະນັກງານ, ນັກຮົບກ່ວາ 37.000 ຄົນ ໄດ້ຮັບຫຼຽນໄຊ, ຫຼຽນກາແຮງງານ ແລະ ຂອງຂວັນອັນສູງສົ່ງຫຼາຍປະເພດ. ງານວາງສະແດງຈະດຳເນີນຮອດວັນທີ 20 ມິຖຸນາຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ