ວາງສະແດງວັດຖຸພັນ,ຮູບພາບ 200 ຢ່າງກ່ຽວກັບ “ວັນນະຄະດີ - ສິລະປະໃນການຕໍ່ຕ້ານ” (1945 – 1954)

(VOVWORLD) - ເຫດການໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດສົມທົບກັບຫໍພິພິທະພັນວັນນະຄະດີ ຫວຽດນາມ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການກຳເນີດ “ແຜນຮ່າງກ່ຽວກັບວັນນະຄະດີ ຫວຽດນາມ”
ວາງສະແດງວັດຖຸພັນ,ຮູບພາບ 200 ຢ່າງກ່ຽວກັບ “ວັນນະຄະດີ - ສິລະປະໃນການຕໍ່ຕ້ານ” (1945 – 1954) - ảnh 1 ປຶ້ມໄດ້ນຳມາວາງສະແດງທີ່ງານວາງສະແດງ

ງານວາງສະແດງຫົວຂໍ້ “ວັນນະຄະດີ - ສິລະປະໃນການຕໍ່ຕ້ານ (1945 – 1954)” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ແນະນຳເຖິງມະຫາຊົນວັດຖຸພັນ, ຮູບພາບ, ບົດຂຽນ… 200 ຢ່າງ. ເຫດການໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດສົມທົບກັບຫໍພິພິທະພັນວັນນະຄະດີ ຫວຽດນາມ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການກຳເນີດ “ແຜນຮ່າງກ່ຽວກັບວັນນະຄະດີ ຫວຽດນາມ” (1943 – 2018); ຊ່ວຍໃຫ້ມະຫາຊົນເຂົ້າໃຈກ່ວາກ່ຽວກັບຄຸນຄ່າຂອງການຊີ້ເຍືອງທາງ, ຄຸນປະໂຫຍດການກຳນົດທິດຂອງ “ແຜນຮ່າງກ່ຽວກັບວັດທະນະທຳ ຫວຽດນາມ”…

        ງານວາງສະແດງ “ວັນນະຄະດີ - ສິລະປະໃນການຕໍ່ຕ້ານ (1945 – 1954)” ລວມມີ 2 ພາກ. ພາກທີໜຶ່ງແມ່ນແນະນຳຄວາມໝາຍຂອງ “ແຜນຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” (1943) ດ້ວຍບັນດາການໃຫ້ຄຳເຫັນ, ຕີລາຄາຂອງນັກຮຽນຮູ້, ນັກວັດທະນະທຳ, ນັກສິລະປິນ; ບາງເຫດການຂອງພັກເວົ້າເຖິງວັດທະນະທຳ ສິລະປະ.

        ພາກທີ 2 ເວົ້າເຖິງ “ວັນນະຄະດີ - ສິລະປະໃນການຕໍ່ຕ້ານ (1945 – 1954)”, ໃນນັ້ນ ເນັ້ນໜັກວ່າ “ແຜນຮ່າງກ່ຽວກັບວັດທະນະທຳ ຫວຽດນາມ” ໄດ້ຊຸກຍູ້ໃຫ້ບັນດາການເຄື່ອນໄຫວປະດິດຄິດສ້າງຂອງນັກຂ່າວ, ນັກວັນນະຄະດີ, ນັກສິລະປິນ ນັບມື້ນັບອຸດົມສົມບູນ ແລະ ແຫຼມຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ