ວາງສະແດງວັດຖຸເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”

(VOVWORLD) - ວັນທີ 23 ກໍລະກົດ, ທີ່ເມືອງ ແບກທົງ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ບັກກ້ານ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ແບກທົງ ໄຂງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈື່ອງຊາຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”.
ວາງສະແດງວັດຖຸເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” - ảnh 1 ວາງສະແດງວັດຖຸເອກະສານ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” (ພາບ: nhandan.com.vn)

ງານວາງສະແດງມີວັດຖຸເອກະສານອັນລ້ຳຄ່າ 130 ຢ່າງລວມມີ: ເອກະສານເກົ່າທີ່ກ່ຽວຂ້ອງເຖິງສະໄໝບຸກເບີກພື້ນທີ່, ກຳນົດຢັ້ງຢືນ, ປະຕິບັດອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ເອກະສານໂດຍບັນດາລາດຊະວົງໃນສະໄໝສັກດີນາ ຫວຽດນາມ ປະກາດໃຊ້ແຕ່ສະຕະວັດທີ 17 ຮອດຕົ້ນສະຕະວັດທີ 20; ຊຸດແຜນທີ່ເກົ່າໂດຍ ຫວຽດນາມ, ຝ່າຍຕາເວັນຕົກ ແລະ ຈີນ ພິມຈຳໜ່າຍທີ່ກ່ຽວຂ້ອງເຖິງອຳນາດອະທິປະໄຕເຂດໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ. ງານວາງສະແດງຈະແກ່ຍາວຮອດວັດທີ 25 ກໍລະກົດ 2018 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ