ວາງແຜນຜັງເຂດທະເລແຫ່ງຊາດເພື່ອນຳ ຫວຽດນາມ ໃຫ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງກ່ຽວກັບທະເລ

(VOVWORLD) - ການເຄື່ອນໄຫວນອນໃນຂອບເຂດຊັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ, ເດືອນກະທຳເພື່ອສິ່ງແວດລ້ອມ, ວັນມະຫາສະໝຸດໂລກ ແລະ ວັນສິ່ງແວດລ້ອມໂລກ 2023.
ວາງແຜນຜັງເຂດທະເລແຫ່ງຊາດເພື່ອນຳ ຫວຽດນາມ ໃຫ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງກ່ຽວກັບທະເລ - ảnh 1(ທີ່ກອງປະຊຸມສຳມະນາ)

ການວາງແຜນເຂດທະເລແຫ່ງຊາດ ດ້ວຍເປົ້າໝາຍນຳ ຫວຽດນາມ ໃຫ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງກ່ຽວກັບທະເລ. ນີ້ແມ່ນຄຳຮຽກຮ້ອງໄດ້ວາງອອກທີ່ກອງປະຊຸມສຳມະນາກ່ຽວກັບການວາງແຜນຜັງເຂດທະເລແຫ່ງຊາດ ເຊິ່ງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 03 ມິຖຸນາ, ຢູ່ແຂວງ ເງະອານ. ການເຄື່ອນໄຫວນອນໃນຂອບເຂດຊັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ, ເດືອນກະທຳເພື່ອສິ່ງແວດລ້ອມ, ວັນມະຫາສະໝຸດໂລກ ແລະ ວັນສິ່ງແວດລ້ອມໂລກ 2023.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ, ເລື່ອງວາງແຜນເຂດທະເລແຫ່ງຊາດ ຈະຊຸກຍູ້ການພັດທະນາບັນດາຂະແໜງໃໝ່, ຊ່ວຍເພີ່ມລາຍຮັບ ແລະ ສ້າງວຽກເຮັດງານທຳ. ພິເສດ, ວາງແຜນຜັງເຂດແຄມທະເລ ແລະ ເຂດທະເລ, ເປີດກາລະໂອກາດຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກ່ຽວກັບພະລັງງານແຮງລົມທະເລ ຄືດັ່ງພະລັງງານທົດແທນສຳຄັນຂອງ ຫວຽດນາມ. ດ້ວຍທ່າແຮງມີຫາດຊາຍທະເລຍາວກວ່າ 3.260 ກມ, ເຂດແຄມທະເລ ຫວຽດນາມ ມີຄວາມສາມາດບບົ່ມຊ້ອນພັດທະນາເສດຖະກິດທະເລຫຼາຍຢ່າງ, ໂດຍສະເພາະແມ່ນຂົງເຂດການເດີນທະເລ, ສິນໃນນ້ຳ, ບັນດາຂົງເຂດອຸດສາຫະກຳ, ນ້ຳມັນອາຍແກັດ, ທ່ອງທ່ຽວ ແລະ ພະລັງງານທົດແທນ.

ຕອບກັບ

ຂ່າວ/ບົດ​ອື່ນ