ວາງແຜນຜັງເຄືອຂ່າຍອົງການຈັດຕັ້ງວິທະຍາສາດແລະເຕັກໂນໂລຊີພາກລັດໄລຍະ 2021 – 2030

(VOVWORLD) -ເປົ້າໝາຍຂອງເລື່ອງສ້າງການວາງແຜນຜັງແມ່ນເພື່ອແນໃສ່ຫັນແຜນນະໂຍບາຍ, ແນວທາງຂອງລັດ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການກຳນົດທິດພັດທະນາວິທະຍາສາດ, ເຕັກໂນໂລຊີ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຫາກໍ່ເຊັນອະນຸມັດຜ່ານຂໍ້ຕົກລົງວ່າດ້ວຍໜ້າທີ່ສ້າງການວາງແຜນຜັງເຄືອຂ່າຍອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີພາກລັດໄລຍະ 2021 – 2030, ວິໄສທັດຮອດປີ 2050. ເປົ້າໝາຍຂອງເລື່ອງສ້າງການວາງແຜນຜັງແມ່ນເພື່ອແນໃສ່ຫັນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການກຳນົດທິດພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ລະອຽດ. ຄຽງຂ້າງນັ້ນ, ກໍ່ສ້າງເຄືອຂ່າຍອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີພາກລັດຕາມທິດເປີດ, ມີໄຫວພິບ, ຄົບຊຸດໃຫ້ແກ່ວິວັດທະນາການປ່ຽນແປງໃໝ່, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ມຸ່ງໄປເຖິງເປົ້າໝາຍເປັນເຈົ້າບັນດາອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຊີພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ