ວາດພາບສະຫນາມຫລວງ ອີຕາລີ ຢູ່ ພະລາດຊະວັງທັງລອງ (ຮ່າໂນ້ຍ)

(VOVWORLD) -ງານບຸນວັດທະນະທຳ “ສະຫນາມຫລວງ ອີຕາລີ” ປີ 2018 ໂດຍສະຖານທູດ ອີຕາລີ ປະຈຳຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດຕັ້ງໃນວັນທີ 10 ພະຈິກ ຢູ່ ເຂດມໍລະດົກ ພະລາດຊະວັງ ທັງລອງ( ຮ່າໂນ້ຍ). 

ວາດພາບສະຫນາມຫລວງ ອີຕາລີ ຢູ່ ພະລາດຊະວັງທັງລອງ (ຮ່າໂນ້ຍ) - ảnh 1ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານນາງ Cecilia Piccioni ເອກອັກຄະລັດຖະທູດອີຕາລີປະຈຳຫວຽດນາມ ຕັດແຖບຜ້າເປີດງານບຸນວັດທະນະທຳອີຕາລີ 

ພາບ:vietnam+

ເຫດການດັ່ງກ່າວຖືກຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ອີຕາລີ - ຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Cecilia Piccioni ເອກອັກຄະລັດຖະທູດ ອີຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ສະຖານທູດ ອີຕາລີ ປະຈຳຫວຽດນາມ ແນະນຳສິລະປະການຜະລິດເຄື່ອງຫັດຖະກຳພື້ນເມືອງ, ບັນດາສິ່ງຍອດຢ້ຽມດ້ານວັດທະນະທຳ ອີຕາລີ ເຖິງຊາວນະຄອນຫລວງ ຮ່າໂນ້ຍ ກໍ່ຄືແຂກສາກົນ. ທ່ານນາງ ເອກອັກຄະລັດຖະທູດ ຂໍສະແດງຄວາມຂອບອົກຂອບໃຈການນຳນະຄອນ ຮ່າໂນ້ຍ ທີ່ໄດ້ຫນູນຊ່ວຍເພື່ອຊຸກຍູ້ການຮ່ວມມືລະຫວ່າງ ນະຄອນ ຮ່າໂນ້ຍ ແລະ ສະຖານທູດ ອີຕາລີ ປະຈຳຫວຽດນາມ.

ງານບຸນວັດທະນະທຳ “ສະຫນາມຫລວງ ອີຕາລີ ປີ 2018” ດຳເນີນໃນວັນທີ 10 -11 ພະຈິກ ດ້ວຍການເຄື່ອນໄຫວຕ່າງໆຄື: ແນະນຳອາຫານການກິນ ແລະ ເຫລົ້າແວງອີຕາລີ, ວາງສະແດງສະຖາປັດຕະຍະກຳທີ່ພົ້ນເດັ່ນຂອງ ອີຕາລີ ພອ້ມກັບລາຍການສະແດງສິລະປະ ໂດຍ ບັນດານັກຮ້ອງ ຫວຽດນາມ ແລະ ອີຕາລີ ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ