ວາ​ລະ​ຊັກ​ຖາມ ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ ຢ່າງ​ແຮງ

(VOVWORLD) -ວາລະຊັກຖາມ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ການປ່ຽນແປງໃໝ່ໃນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຢ່າງແຮງ ແລະ ມີປະສົບການທີ່ໝັ້ນແກ່ນເພື່ອສືບຕໍ່ຈັດຕັ້ງວາລະຊັກຖາມຕ່າງໆໃນກອງປະຊຸມເທື່ອຕໍ່ໄປ.
ວາ​ລະ​ຊັກ​ຖາມ ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ ຢ່າງ​ແຮງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້  ກ່າວຄຳເຫັນທີ່ວາລະຊັກຖາມ

ຕອນເຊົ້າວັນທີ 16 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກັບ 2 ສະມາຊິກ ລັດຖະບານ 2 ທ່ານ ລວມມີ: ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ. ນີ້ແມ່ນວາລະຊັກຖາມ ແລະ ຕອບຄຳຊັກຖາມທຳອິດຂອງ ຄະນະປະຈຳສະພາແຫ່ງຊາດໃນອາຍຸການຊຸດທີ 15 ແລະ ນັບແຕ່ກອງປະຊຸມເດືອນ ສິງຫາ 2019 ມານີ້. ວາລະຊັກຖາມ ແລະ ຕອບຄຳຊັກຖາມຖືກຈັດຂຶ້ນດ້ວຍຮູບການໂດຍກົງຢູ່ຫ້ອງປະຊຸມ ຢຽນຮົ່ງ ແລະ ເຊື່ອມຕໍ່ທາງໄກກັບຄະນະສະມາຊິກສະພາແຫ່ງຊາດຢູ່ 62 ແຂວງ, ນະຄອນ. ວາລະໄດ້ຊັກຖາມຖືກປະຕິບັດດ້ວຍ 02 ໝວດບັນຫາ ໃນຂົງເຂດອຸດສາຫະກຳ - ການຄ້າ ແລະ ຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ.

        ກ່າວຄຳເຫັນໄຂວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ວາລະຊັກຖາມ ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ການປ່ຽນແປງໃໝ່ໃນການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຢ່າງແຮງ ແລະ ມີປະສົບການທີ່ໝັ້ນແກ່ນເພື່ອສືບຕໍ່ຈັດຕັ້ງວາລະຊັກຖາມຕ່າງໆໃນກອງປະຊຸມເທື່ອຕໍ່ໄປ.

        “ນີ້ແມ່ນສອງເນື້ອໃນຊັກຖາມມີຂອບເຂດກວ້າງໃຫຍ່, ມີຜົນສະທ້ອນ ແລະ ກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມ, ການເຄື່ອນໄຫວຜະລິດ - ດຳເນີນທຸລະກິດຂອງວິສາຫະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ການຄຸ້ມຄອງລັດ ບໍ່ພຽງແຕ່ສຸມໃສ່ 2 ກະຊວງຄຸ້ມຄອງ, ຂະແໜງການເຫຼົ່ານີ້ເທົ່ານັ້ນ ຫາກຍັງກ່ຽວຂ້ອງເຖິງຫຼາຍກະຊວງ, ຂະແໜງການອື່ນອີກດ້ວຍ.”

       

ຕອບກັບ

ຂ່າວ/ບົດ​ອື່ນ