ວາ​ລ​ະຊັກ​ຖາ​ມ ແລະ ​ຕອບ​ຄຳ​ຊັກ​ຖາມຂອງ​ສະ​ພາ​ແຫ່​ງ​ຊາດ​​ມີ​ປ​ະ​ສ​ິ​ດ​ທິ​ຜົ​ນ, ຕອບ​ສ​ະ​ໜອງ​​ຫຼ​າຍ​ເນື້ອ​ໃນ​ທີ່​ຜູ​້​ມີ​ສ​ິດ​ເລືອ​ກ​ຕັ້ງ​ສົນໃຈ

(VOVWORLD) -ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກ ລັດຖະບານ ທີ່ໄດ້ ດຳເນີນໃນເວລາ 2 ມື້ເຄິ່ງ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຢືນຢັນວ່າ,     ສະພາແຫ່ງຊາດໄດ້ສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມ ຄັ້ງທຳອິດຂອງອາຍຸການ ຊຸດທີ 15 ໃນບັນຍາກາດ ປະຊາທິປະໄຕ, ກົງໄປກົງມາ, ສ້າງສັນ ແລະ ໄດ້ຮັບຜົນສຳເລັດຢ່າງດີງາມ.
ວາ​ລ​ະຊັກ​ຖາ​ມ ແລະ ​ຕອບ​ຄຳ​ຊັກ​ຖາມຂອງ​ສະ​ພາ​ແຫ່​ງ​ຊາດ​​ມີ​ປ​ະ​ສ​ິ​ດ​ທິ​ຜົ​ນ, ຕອບ​ສ​ະ​ໜອງ​​ຫຼ​າຍ​ເນື້ອ​ໃນ​ທີ່​ຜູ​້​ມີ​ສ​ິດ​ເລືອ​ກ​ຕັ້ງ​ສົນໃຈ - ảnh 1

ພ້ອມກັບບັນດາທ່ານລັດຖະມົນຕີທີ່ຮັບຜິດຊອບການຕອບຄຳຊັກຖາມ, ບັນດາສະມາຊິກລັດຖະບານທີ່ກ່ຽວຂ້ອງ ໄດ້ປະກອບຄຳເຫັນ ເຮັດແຈ້ງບັນຫາທີ່ ຜູ້ມີສິດເລືອກຕັ້ງສົນໃຈຕື່ມອີກ 13 ເທື່ອ.

   ຜູ້ມີສິດເລືອກຕັ້ງທົ່ວປະເທດຕີລາຄາວ່າ, ນີ້ແມ່ນວາລະການຊັກຖາມທຳອິດຂອງສະພາແຫ່ງຊາດ ຊຸດທີ 15, ແຕ່ໄດ້ດຳເນີນໄປຢ່າງມີວິທະຍາສາດ, ມີໄຫວພິບ ແລະ ມີປະສິດທິຜົນ, ຖືກຕ້ອງກັບຄວາມມູ່ງຫວັງຂອງປະຊາຊົນ. ທ່ານ ຫງວຽນແມ້ງຮູ່ງ, ຢູ່ເມື່ອງ ຮາຍບາຈຶງ, ຮ່າໂນ້ຍໃຫ້ຮູ້ວ່າ:

“ວາລະຊັກຖາມຄັ້ງນີ້ຂອງສະພາແຫ່ງຊາດ ແມ່ນມີຈຸດສຸມທີ່ສຸດ, ກະທັດລັດ ແລະ ເຮັດແຈ້ງໄດ້ຫຼາຍບັນຫາ. ຂ້າພະເຈົ້າເຫັນວ່າ ປະທານສະພາແຫ່ງຊາດໄດ້ແບ່ງປັນຄວາມກົດດັນກັບລັດຖະມົນຕີກະຊວງຕ່າງໆໃນສະພາບເກີດໂລກລະບາດ, ເຊິ່ງສະແດງໃຫ້ເຫັນຄວາມເປັນຈິດໜຶ່ງໃຈດຽວກັນຂອງສະພາແຫ່ງຊາດ ແລະ ລັດຖະບານໃນການຕີລາຄາສະພາບການຕົວຈິງຂອງເສດຖະກິດ - ສັງຄົມ, ກໍຄືໃນການຊອກຫາມາດຕະການສ້າງແຜນການສັງລວມ ເພື່ອຟື້ນຟູພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ ແລະ ຫຼັງໂລກລະບາດ.”

ສ່ວນທ່ານ ບຸ່ຍວັນຮວ່າ - ຜູ້ມີສິດເລືອກຕັ້ງຢູ່ເມືອງ ດານເຟື້ອງ, ຮ່າໂນ້ຍ ຖືວ່າ:

        “ຜ່ານການຕິດຕາມການຊັກຖາມ ແລະ ຕອບຄຳຊັກຖາມມາສອງມື້ນີ້, ຂ້າພະເຈົ້າເຫັນວ່າ ວາລະຊັກຖາມໄດ້ດຳເນີນໄປຢ່າງມີປະສິດທິຜົນ. ປະທານສະພາແຫ່ງຊາດໄດ້ບໍລິຫານຢ່າງມີໄຫວພິບ, ຕິດແທດກັບລາຍການຊັກຖາມ. ມີຫຼາຍເນື້ອໃນຍົກອອກໃນວາລະຊັກຖາມນີ້ ເປັນຕົ້ນແມ່ນ ຂົງເຂດສາທາລະນະສຸກ, ການສຶກສາ, ການຊ່ວຍໜູນສັງຄົມ, ທຶນຮອນ, ງົບປະມານ ແລະ ນັບທັງເນື້ອໃນໃນໄລຍະຍາວ ແລະ ຍຸດທະສາດອີກດ້ວຍ.”

ວາ​ລ​ະຊັກ​ຖາ​ມ ແລະ ​ຕອບ​ຄຳ​ຊັກ​ຖາມຂອງ​ສະ​ພາ​ແຫ່​ງ​ຊາດ​​ມີ​ປ​ະ​ສ​ິ​ດ​ທິ​ຜົ​ນ, ຕອບ​ສ​ະ​ໜອງ​​ຫຼ​າຍ​ເນື້ອ​ໃນ​ທີ່​ຜູ​້​ມີ​ສ​ິດ​ເລືອ​ກ​ຕັ້ງ​ສົນໃຈ - ảnh 2ທ່ານຫງວຽນຮວ່າຍບັກ ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນພັດທະນາ ແລະ ລົງທຶນ ດ້າຍເຊີນ

ຜູ້ມີສິດເລືອກຕັ້ງຫຼາຍຄົນຖືວ່າ ບັນດາເນື້ອໃນຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະພາແຫ່ງຊາດຄັ້ງນີ້ ລ້ວນແຕ່ແມ່ນບັນດາເນື້ອໃນທີ່ປະຊາຊົນມີຄວາມສົນໃຈ. ພ້ອມທັງສະແດງຄວາມໝັ້ນຕໍ່ການຟື້ນຟູ, ພັດທະນາເສດຖະກິດຂອງປະເທດຊາດ.

ທ່ານຫງວຽນຮວ່າຍບັກ, ຊາວ ຫວຽດນາມ ອາໄສ ຢູ່ ການາດາ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນພັດທະນາ ແລະ ລົງທຶນ ດ້າຍເຊີນ ຖືວ່າ:

        “ຂ້າພະເຈົ້າຕີລາຄາສູງຕໍ່ການຕອບຄຳຊັກຖາມຢ່າງໝັ້ນໃຈກ່ຽວກັບຂໍ້ຄົງຄ້າງໃນໄລຍະຜ່ານມາ, ກ່ຽວກັບສະພາບການໂລກລະບາດຢູ່ພາຍໃນປະເທດ ກໍຄືການເຄື່ອນໄຫວຂອງວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກມາດຕະການເພື່ອນຳສັງຄົມກັບຄືນສູ່ປົກກະຕິ, ເພື່ອໃຫ້ປະເທດພັດທະນາຢ່າງດີງາມ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ທ່ານໄດ້ຍົກອອກມາດຕະການພັດທະນາພື້ນຖານໂຄງລ່າງຢູ່ເຂດນີ້. ບັນຫາໃຫຍ່ອື່ນໆຄື ການລົງທຶນແກ່ການພັດທະນາກໍຄືການຜະລິດວັກຊິນ ກໍໄດ້ຍົກອອກມາດຕະການໂດຍພື້ນຖານ.”

ຕອບກັບ

ຂ່າວ/ບົດ​ອື່ນ