ວາລະ​ປະຊຸມ​ຄັ້ງທີ 1 ຄະນະ​ປະຈຳ​ຄະນະ​ກຳມະການ​ ສ້າງ​ແຜນ​ຮ່າງ, ປັບປຸງ​ລັດຖະທຳ​ມະນູນ​

ຕອນ​ເຊົ້າວັນ​ທີ 17/1, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ຄະນະ​ກຳມະການ​ສ້າງ​ແຜນ​ຮ່າງ, ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄັ້ງທີ 1 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​​ປະທານສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮູ່ງ ​ແລະ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລື​ວ. ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​ໃນຄະນະ​ປະຈຳ​ຄະນະ​ກຳມະການ​​ ໄດ້​ປຶກສາ​ຫາລື ​ແລະ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ​ຮ່າງ​ບົດ​ລາຍ​ງານ​ຂອງຄະນະ​ປະຈຳ​ຄະນະ​ກຳມະການ​ສ້າງ​ແຜນ​ຮ່າງ, ປັບປຸງ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ບາງ​ບັນຫາ​ປັບປຸງ, ​ເພີ່ມ​ເຕີ່​ມລັດຖະທຳ​ມະນູນ​ປີ 1992. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​​ປະທານສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮູ່ງ​ໄດ້​ຊີ້​ແຈ້ງວ່າ ວາລະ​ປະຊຸມ​ຄັ້ງນີ້ ຂອງ​ຄະນະ​ປະຈຳ​ຄະນະ​ກຳມະການ ​ແມ່ນ​ເພື່ອ​ແນ​ໃສ່​ໃຫ້​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນ ກ່ຽວ​ກັບ​ການ​ກະກຽມ​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ