ວາລະປະຊຸມຄັ້ງທີ 10 ຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ອານເຊຣີ


ວາລະປະຊຸມຄັ້ງທີ 10 ຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ-ອານເຊຣີ - ảnh 1
(ພາບ:
vov.vn)

 (vovworld) – ຕອນ​ເຊົ້າວັນ​ທີ 8/1, ຢູ່​ຮ່າ​ໂນ້ຍ, ​ໄດ​້ໄຂ​ວາລະ​ປະຊຸມ​ຄັ້ງທີ 10 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ອາ​ນເຊຣີ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດກະຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານ​ຈິ້ງ​ດິງຢຸ້ງ ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຫວຽດນາມ, ປະທານ​ຮ່ວມຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ-​ອານ​ເຊຣີ ຢັ້ງຢືນ​ວ່າ: ວາລະ​ປະ​ຊຸມ​ມີ​ຄວາ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງຫວຽດນາມ-​ອານ​ເຊຣີ. ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ສື​ບຕໍ່​ພັດທະນາ, ວົງ​ເງິນການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ລັດຖະມົນຕີ​ຈິ້ງ​ດິງຢຸ້ງ ​ໃຫ້​ຮູ້​ວ່າ:

   “ຂ້າພະ​ເຈົ້າຄິດ​ວ່າ​ພວກ​ເຮົາຕ້ອງ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ພັດທະນາ​ກ່ວາ​ອີກ​. ຂ້າພະ​ເຈົ້າຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່​ມຂອງ​ພວກ​ເພື່ອນ​ໃນ​ການ​ສຸມ​ກຳລັງ​ເຂົ້າບັນດາ​ຂົງ​ເຂດ​ຕ້ອງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ດ້ວຍ​ຈຸດໝາຍ​ມີ​ຄວາມ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ບັນດາ​ຂົງ​ເຂດ​ສາມາດ​ຜັນ​ຂະຫຍາຍ​ໂດຍ​ໄວ​ແມ່ນ: ນ້ຳມັນ​ອາຍ​ແກ​ສ, ການ​ລົງ​ທຶນການ​ຄ້າ, ສາທາລະນະ​ສຸກ, ການ​ສຶກສາ, ຮ່ວມ​ມື​ຊ່ຽວຊານ, ກະສິກຳ, ຖະ​ແຫຼ​ງຂ່າວ​ສື່ສານ, ທ່ອງ​ທ່ຽວ ​ແລະ ກໍ່ສ້າງ​ເຮືອນ​ຢູ່“.

 

ຂ່າວ/ບົດ​ອື່ນ