ວາລະປະຊຸມຄັ້ງທີ 2 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ 4 ເນື້ອໃນໃຫຍ່, ໃນນັ້ນໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ XV.
ວາລະປະຊຸມຄັ້ງທີ 2 ຄະນະປະຈຳສະພາແຫ່ງຊາດ - ảnh 1ວາລະປະຊຸມຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ: quochoi.vn)

ຕອນເຊົ້າວັນທີ 17 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ໄດ້ໄຂວາລະປະຊຸມຄັ້ງທີ 2 ຄະນະປະຈຳສະພາແຫ່ງຊາດ. ໂດຍໄດ້ດຳເນີນເປັນເວລາ 2 ວັນ, ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ 4 ເນື້ອໃນໃຫຍ່, ໃນນັ້ນໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ XV.

ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການແຂ່ງຂັນ, ຍ້ອງຍໍ (ສະບັບປັບປຸງ).

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດບັນດາລະບອບ, ນະໂຍບາຍກ່ຽວກັບປະກັນໄພສັງຄົມປີ 2020, ຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນໄພສັງຄົມປີ 2020; ພິຈາລະນາ, ຕົກລົງກ່ຽວກັບຫຼັກການ, ມາດຕະຖານ ແລະ ກຳນົດລະດັບຈັດແບ່ງງົບປະມານລາຍຈ່າຍງົບປະມານແຫ່ງລັດປີ 2022 ເປັນປະຈຳ. ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບຂໍ້ສະເໜີກ່ຽວກັບຂໍ້ສະເໜີແນະການຕິດຕາມກວດກາຂອງສະພາຊົນເຜົ່າໃນການກຳນົດເຂດພູດອຍ; ຕົກລົງສ້າງຕັ້ງຄະນະຕິດຕາມຫົວເລື່ອງສະເພາະຂອງຄະນະປະຈຳສະພາແຫ່ງຊາດ; ພິຈາລະນາບົດລາຍງານສະພາບການແກ້ໄຂ, ໃຫ້ຄຳຕອບຕໍ່ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະສະຫຼຸບກອງປະຊຸມສະໄໝຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ