ວາລະປະຊຸມຄັ້ງທີ 3 ຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ

ວາລະປະຊຸມຄັ້ງທີ 3 ຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ - ảnh 1
ພາບປະກອບ:internet


(vovworld)- ໃນປີ 2012, ຫວຽດນາມ ແລະ ຈີນ ໄດ້ປະຕິບັດອະນຸສັນຍາການຂີດ​ເສັ້ນ, ປັກ​ຫລັກ​ໝາຍ​ຊາຍ​ແດນ; ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ສັນ​ຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ​ແລະ ຂໍ້​ກຳນົດ​ການ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ. ສະພາບ​ການ​ຢູ່​ເຂດ​ຊາຍ​ແດນ​ທາງບົກລະຫວ່າງ ຫວຽດນາມ  - ຈີນ ​ໄດ້​ຮັກສາ​ຢ່າງ​​ເປັນ​ປົກກະຕິ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ຍູ້​ແຮງ. ນີ້​ແມ່ນ​ການ​ຕີ​ລາຄາ​ຊຶ່ງ​ໄດ້​ຍົກ​ອອກ​ໃນ​ວາ​ລະ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ກຳມະການ​ປະສົມ​ເຂດ​ຊາຍ​ແດນທາງບົກ ຫວຽດນາມ - ຈີນ ຊຶ່ງ​ດຳ​ເນີນ​ໄປ​ຢູ່​ປັກ​ກີ່​ງ ປະ​ເທດ​ຈີນ ​ໃນ​ວັນ​ທີ 23 -27/12/2012. ທີ່ວາລະປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຜັນ​ຂະຫຍາຍ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳນົດ​ແຜນການ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ປະສົມ​ໃນ​ປີ 2013. ວາລະ​ປະຊຸມ​ຄັ້ງ​ທີ 4 ຄະນະ​ກຳມະການ​ປະສົມ​ເຂດ​ຊາຍ​ແດນທາງບົກ ຫວຽດນາມ - ຈີນ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໃນ​ປີ 2013

ຂ່າວ/ບົດ​ອື່ນ