ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ສຳ​ເລັດ​ການ​ພິ​ຈາ​ລະ​ນາຫຼາ​ຍ​ເນື້ອ​ໃນ​ສຳ​ຄັນ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 2

(VOVWORLD) -ຕອນບ່າຍວັນທີ 22 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດ ໄດ້ອັດວາລະປະຊຸມຄັ້ງທີ 3, ປະຕິບັດສຳເລັດລາຍການທີ່ໄດ້ວາງອອກ ເພື່ອກະກຽມບັນດາເນື້ອໃນແກ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດຫວຽດນາມ ຊຸດທີ XV.
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ສຳ​ເລັດ​ການ​ພິ​ຈາ​ລະ​ນາຫຼາ​ຍ​ເນື້ອ​ໃນ​ສຳ​ຄັນ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 2 - ảnh 1ວາລະປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ, ນີ້ແມ່ນໜຶ່ງໃນບັນດາວາລະປະຊຸມນັດສາມັນປະຈຳໄລຍະທີ່ຍາວທີ່ສຸດໃນປີ ຂອງຄະນະປະຈຳສະພາແຫ່ງຊາດ ເພື່ອປະກອບຄຳເຫັນໃສ່ບັນດາເນື້ອໃນຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອ 2. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:

ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບປັບປຸງເພີ່ມເຕີມໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວມກົດໝາຍວ່າດ້ວຍການເນີນຄະດີອາຍາເຂົ້າໃນໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2021 ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ. ໃນວາລະປະຊຸມຄັ້ງນີ້, ນອກຈາກການປະກອບຄຳເຫັນໃສ່ຂໍ້ສະເໜີຂອງລັດຖະບານແລ້ວ, ຄະນະປະຈຳສະພາແຫ່ງຊາດ ຍັງປະກອບຄຳເຫັນກ່ຽວກັບວິທີການຄິດໄລ່, ສິອຳນາດໃນການຄິດໄລ່, ສະຖິຕິທ້ອງຖິ່ນ ຂອງບັນດາແຂວງ, ນະຄອນສັງກັດສູນກາງອີດ້ວຍ ເປັນຕົ້ນແມ່ນບັນດາດັດຊະນີເສດຖະກິດມະຫາພາກ, GDP ສະເລ່ຍຕໍ່ຫົວຄົນ ແລະ ດັດຊະນີອື່ນໆ.”


 

ຕອບກັບ

ຂ່າວ/ບົດ​ອື່ນ