ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ

(VOVWORLD) - ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດຈະໄດ້ຈັດຂຶ້ນແຕ່ວັນທີ 14 ມີນາ ຮອດຕອນບ່າຍວັນທີ 19 ມີນາ ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.
ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ - ảnh 1(ພາບປະກອບ: TTXVN)

        ວັນທີ 13 ມີນາ, ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ, ຕາມການຄາດຄະເນ, ວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດຈະໄດ້ຈັດຂຶ້ນແຕ່ວັນທີ 14 ມີນາ ຮອດຕອນບ່າຍວັນທີ 19 ມີນາ ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫງວນເວລາສ່ວນຫຼາຍເພື່ອດຳເນີນການປະກອບຄຳເຫັນຕໍ່ເລື່ອງອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍ 7 ສະບັບ, ລວມມີ: ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ສ້າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍປະມູນຊັບສິນ; ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທາງບົກ; ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມທາງບົກ; ຮ່າງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຊຸກຍູ້ອຸດສາຫະກຳ; ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ).

        ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດຈະ: ພິຈາລະນາບົດລາຍງານວຽກງານຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ກຸມພາ 2024; ຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ