ວາລະປະຊຸມຄັ້ງທີ 5 ສະພາເລືອກຕັ້ງແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 12 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນເຈົ້າການວາລະປະຊຸມຄັ້ງທີ 5 ສະພາເລືອກຕັ້ງແຫ່ງຊາດ.
ວາລະປະຊຸມຄັ້ງທີ 5 ສະພາເລືອກຕັ້ງແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: TTXVN)

ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ນີ້ແມ່ນວາລະປະຊຸມຄັ້ງປະຖົມມະເລິກພາຍຫຼັງບູລະນະບາງທີ່ຕັ້ງບຸກຄະລາກອນໃນສະພາເລືອກຕັ້ງແຫ່ງຊາດ, ຮຽກຮ້ອງວຽກງານຊີ້ນຳ, ນຳພາການເລືອກຕັ້ງຕ້ອງຮັບປະກັນລັກສະນະຕໍ່ເນື່ອງ, ລຸລ່ວງ, ມີປະສິດທິຜົນ. ສະພາເລືອກຕັ້ງແຫ່ງຊາດຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ໂດຍກົງ ແລະ ຊີ້ນຳ, ແນະນຳການຈັດຕັ້ງການເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ເຮັດແນວໃດຕ້ອງຮັບປະກັນປະຊາທິປະໄຕ, ຖືກຕ້ອງຕາມຂໍ້ກຳກົດຂອງກົດໝາຍ, ປອດໄພ, ປະຢັດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງຄັດເລືອກສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນຜູ້ທີ່ດີເດັ່ນ, ເປັນຜູ້ຕາງໜ້າໃຫ້ສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ວັນເລືອກຕັ້ງທີ 23 ພຶດສະພາ 2021 ຈະມາເຖິງ ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທດຈິງ.

        ທີ່ວາລະປະຊຸມ, ສະພາເລືອກຕັ້ງໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຜັນຂະຫຍາຍການປະຕິບັດໜ້າທີ່ພາຍຫຼັງກອງປະຊຸມຄັ້ງທີ 4 ມາຮອດປະຈຸບັນ; ໃບຍື່ນສະເໜີກ່ຽວກັບການສ້າງຕັ້ງ ແລະ ຜັນຂະຫຍາຍບັນດາຄະນະຕິດຕາມກວດກາຂອງສະພາເລືອກຕັ້ງແຫ່ງຊາດຄັ້ງທີ 2 ແລະ ຄັ້ງທີ 3; ລາຍງານວຽກງານກະກຽມກອງປະຊຸມປຶກສາຫາລືຄັ້ງທີ 3…

ຕອບກັບ

ຂ່າວ/ບົດ​ອື່ນ