ວາລະປະຊຸມຄັ້ງທີ 8, ຄະນະປະຈຳ ສະພາແຫ່ງຊາດຊຸດທີ 13

ວາລະປະຊຸມຄັ້ງທີ 8, ຄະນະປະຈຳ ສະພາແຫ່ງຊາດຊຸດທີ 13 - ảnh 1
( ວາລະ​ປະຊຸມ​ຄັ້ງ​ທີ 8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 )

( vovworld ) –   ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 8, ຕອນ​ເຊົ້າ​ວັນ​ທີ 5/5, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ປຶກສາ​ຫາລືກ່ຽວ​ກັບ​ເລື່ອງກະກຽມ​ໃຫ້​ກອງ​ປະຊຸມ​ສະ​​ໃໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​​ແຜນຮ່າງສືບ​ຕໍ່ການ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ.  ​ຄະນປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ຄິ​ດ​ເຫັນ​ໃສ່ບັນດາ​​ເນື້ອ​ໃນ​ສ່ວນ​ຫຼາຍຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ​ແລະ ​ອົງການ​ພວມຕ່າງໆ​ຮັບ​ຮອງ, ປັບປຸງເອກະ​ສານ​ໃຫ້​ສຳ​ເລດເພື່ອຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ. ບົນ​ພື້ນຖານ​ຮັບ​ເອົາຄຳ​ຄິດ​ເຫັນ​ຂອງ​ບັນດາ​ຄະນະ​ຜູ້​ແທນ ​ແລະ ບັນດາສະມາຊິກ​ສະພາ​ແຫ່ງ​ຊາ​ດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ພິຈາລະຈາ​ສະ​ເໜີ​ລັດຖະບານ​ ລາຍ​ງານ​ບາງ​ບັນຫາ​ຕື່ມ​ອີກ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Nguyen Van Pha ​ໃຫ້​ຄຳ​ເຫັນ​ວ່າ.

        “ ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ທາ​ບທາມບົດ​ລາຍ​ງານ 2 ບົ, ​ນັ້ນແມ່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຕ້ານ​​ໄພ​ສໍ້​ລາດ​ບັງ​ຫຼວງ ​ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກ່າວຟ້ອງ, ຮ້ອງທຸກ. ຕາມ​ຂ້າພະ​ເຈົ້າ​ແລ້ວ,​ ພວກ​ເຮົາ​ຄວນ​ສະ​ເໜີ​ລັດຖະບານ​ຝາກ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ບົດ​ລາຍ​ງານ​ດັ່ງກ່າວ ​​ເພື່ອ​ເປັນພື້ນຖານ​ທີ່​ດີ​ໃຫ້​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ເສດຖະກິດ ສັງຄົມ​ກໍ່​ຄື​ການ​ຊັກ​ຖາມ ”.

    ພາຍຫຼັງ​ວາລະ​ປະຊຸມ​​ນີ້, ​ແຜນ​ຮ່າງ​ສືບ​ຕໍ່​ການປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​​ຮ່າງ​ມະຕິກ່ຽວ​ກັບ​ແຜນຮ່າງຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້ສຳ​​ເລັ​ດ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​​ແຫ່ງ​ຊາດຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໃໝ​ສາມັນ​ເທື່ອ​ທີ 3 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ