ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ເວືອງດິນເຮ້ວ. ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານວາລະປະຊຸມຄັ້ງທີ 8 ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ.
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ - ảnh 1

    ຕາງໜ້າໃຫ້ສະພາເລືອກຕັ້ງແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ໄດ້ຂອບອົກຂອບໃຈບັນດາສະມາຊິກສະພາ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ມານະພະຍາຍາມຢ່າງສຸດສິດສຸດໃຈ, ພະຍາຍາມໃນຕະຫຼອດໄລຍະເກືອບ 2 ປີທີ່ຜ່ານມາ, ພ້ອມທັງສະເໜີຕໍ່ຄະນະແຂ່ງຂັນມອບລາງວັນສູນກາງ, ກະຊວງພາຍໃນ ຈົ່ງສ້າງບັນດາສຳເນົາເອກະສານ, ລະບຽບການທີ່ກ່ຽວຂ້ອງເຖິງວຽກງານຍ້ອງຍໍມອບລາງວັນໃຫ້ສຳເລັດ:

ຂ້າພະເຂົ້າຂໍເປັນກຽດຂອບອົກຂອບໃຈ ແລະ ຍ້ອງຍໍສັນລະເສີນຜູ້ມີສິດເລືອກຕັ້ງທົ່ວປະເທດ ກໍ່ຄືພໍ່ແມ່ ປຊຊ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມານະພຍາຍາມ, ພະຍາຍາມ ເຂົ້າຮ່ວມວຽກງານເລືອກຕັ້ງ ໂດຍມີຄວາມຮັບຜິດຊອບທີ່ສຸດ ຊື່ງໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ ແລະ ສາມັກຄີທົ່ວປວງຊົນທັງຊາດ. ນີ້ແມ່ນປັດໄຈສຳຄັນ, ຕັດສິນຜົນສຳເລັດຂອງການເລືອກຕັ້ງຄັ້ງນີ້. ດ້ວຍການຊີ້ນຳນຳພາຢ່າງໃກ້ຊິດຂອງສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ການຊີ້ນຳຢ່າງມີຄວາມຮັບຜິດຊອບ, ມີແບບມີແຜນ, ລະມັດລະວັງ, ລອບຄອບທີ່ຖ້ວນ, ມີຄວາມຮັບຜິດຊອບຂອງສະພາເລືອກຕັ້ງແຫ່ງຊາດ, ຄະນະພັກທຸກຂັ້ນ, ສະພາ ປຊຊ, ແນວໂຮມປະເທດຊາດ, ຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ, ຜູ້ມີສິດເລືອກຕັ້ງເກືອບ 70 ລ້ານຄົນ ດ້ວຍຂອບຂະໜາດການເຂົ້າຮ່ວມເລືອກຕັ້ງ ສສຊ ຊຸດທີ 15, ຜູ້ແທນສະພາ ປຊຊຂັ້ນຕ່າງໆ ອາຍຸການ 2021-2026 ຫຼາຍກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ