ວາລະປະຊຸມຄັ້ງທີ44ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13ຈະດຳເນີນແຕ່ວັນທີ14-16/1

ວາລະປະຊຸມຄັ້ງທີ44ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13ຈະດຳເນີນແຕ່ວັນທີ14-16/1 - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 43 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) - ວາລະ​ປະຊຸມ​ຄັ້ງ​ທີ 44 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 14/1 ​ແລະ ​ເຮັດ​ວຽກ​ຈົນ​ຮອດ​ວັນ​ທີ 16/1, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ລົງ​ນາມ, ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ສົນທິສັນຍາ​ສາກົນ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍສຳຜັດ​ຂໍ້ມູນ​ຂ່າວສານ​, ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປັບປຸງ​ເພີ່ມ​ເຕີມ​ບາງຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ອາກອນ​ຈຳໜ່າຍ​ພິ​ເສດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີອາກອນ. ທີ່​ວາລະ​ປະຊຸມ​ຄັ້ງ​ທີ 44, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ພິຈາລະນາ, ຮັບຮອງ​ເອົາ​ຮ່າງ​ມະຕິ​ກ່ຽວ​ກັບ​ເລື່ອງ​ປະກາດ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021, ຮ່າງ​ມະຕິ​ກຳນົດ​ລາຍ​ລະອຽດ, ​ແນະນການຳ​ປະຕິບັດ​ບາງ​ຂໍ້ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນ​ໆ.

ຂ່າວ/ບົດ​ອື່ນ