ວາລະປະຊຸມຄັ້ງທີ45ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13ຄາດວ່າຈະໄຂຂຶ້ນແຕ່ວັນທີ07-24/02

ວາລະປະຊຸມຄັ້ງທີ45ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ13ຄາດວ່າຈະໄຂຂຶ້ນແຕ່ວັນທີ07-24/02 - ảnh 1
(ພ​າບ​ປະ​ກອບ)

(vovworld) –​ ຄາດ​ວ່າວາ​ລະ​ປະ​ຊຸມ​ຄັ້ງ​ທີ 45 ຂອງ​ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ຖື​ກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ໃນ​ວັນ​ທີ 17/02 ແລະ ເຮັດ​ວຽກ​ຮອດ​ວັນ​ທີ 24/02, ວາ​ລະ​ປະ​ຊຸມ​ມີເນື້ອ​ໃນ​ສຳ​ຄັນຫຼາຍ​ຢ່າງ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງບົດ​ລາຍ​ງານ​ອາຍ​ຸ​ການ 2011 – 2016 ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ; ຮ່າງ​ບົດ​ລາຍ​ງານວຽກ​ງານ​ອາ​ຍຸ​ການ 2011 – 2016 ຂອງ​ປະ​ທານ​ປະ​ເທດ. ກ່ຽວ​ກັບວຽກ​ງານ​ສ້າງ​ກົດ​ໝາຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ປັບ​ປຸງ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ​ປີ 2016 ແລະ ໃຫ້​ຄຳ​ເຫັນ​ໃສ່​ການ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ທີ 11, ສະ​ພາ​ແຫ່ງ​ຊາດ​ຊຸດ​ທ​ີ 13.

ຂ່າວ/ບົດ​ອື່ນ