ວາລະປະຊຸມຄັ້ງທີ7ສະພາເລືອກຕັ້ງແຫ່ງຊາດ

ວາລະປະຊຸມຄັ້ງທີ7ສະພາເລືອກຕັ້ງແຫ່ງຊາດ - ảnh 1
ວາລະປະຊຸມຄັ້ງທີ 7 ສະພາເລືອກຕັ້ງແຫ່ງຊາດ

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 7 ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 15/7 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ. ທີ່​ວາລະ​ປະ​ຊຸມຄັ້ງ​ນີ້, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫລຸບຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນອາຍຸ​ການ 2016 – 2021, ບົດ​ລາຍ​ງານ​ໝາກຜົນ​ຮັບ​ຮູ້​ຖານະ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸ​ດທີ 14.

ວາລະ​ປະ​ຊຸມ​ຄັ້ງ​ທີ 7 ​ແມ່ນ​ວາລະ​ປະຊຸມ​ຄົບ​ຄະນະ​ສຸດ​ທ້າຍ​ຂອງ​ສະພາ​​ເລືອກ​ຕັ້ງ​ແຫ່ງ​ຊາດ. ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 18/7/2016.


ຂ່າວ/ບົດ​ອື່ນ