ວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ

ວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ - ảnh 1

ທ່ານ​ນາງ Dang Thi Hoang Yen

(ພາບ:nld.com.vn)

( vovworld ) – ​ຕອນເຊົ້າວັນທີ 26/5, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ຈັດວາລະປະຊຸມຄົບຄະນະ ຢູ່ຫໍປະຊຸມເພື່ອປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບ ເລື່ອງປົດຖານະເປັນສະມາຊິກສະພາແຫ່ງຊາດ (ສສຊ) ສຳລັບ​ທ່ານ​ນາງ Dang Thi Hoang Yen, ສສຊ ​ແຂວງ Long An. ພາຍຫຼັງ​ໄດ້​​ປຶກສາ​ຫາລື ​ແລະ ດຳ​ເນີນ​ບັນດາ​ລະບຽບ​ການຖືກ​ຕາມ​ຂັ້ນຕອນຂອງ​ກົດໝາຍ, ສະພາ​ແຫ່ງ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ດ້ວຍ​ບັດ​ເຫັນ​ດີ​ເປັນ​ສ່ວນ​ຫຼາຍ, ຕົກລົງ​ປົດ​ຖານະ​ເປັນ ສສຊ ສຳລັບ​ທ່ານ​ນາງ Dang Thi Hoang Yen. ມະຕິ​ຊີ້​ແຈ້ງວ່າ: ​ໄດ້ປົດ​ຖານະ​ເປັນ ສສຊ ສຳລັບ​ທ່ານ​ນາງ Dang Thi Hoang Yen, ສສຊ ຊຸດ​ທີ 13, ຄະນະ ສສຊ ​ແຂວງ Long An ດ້ວຍ​ສາຍ​ເຫດ​ບໍ່​ມີ​ຄວາມ​ສັດ​ຊື່​ໃນ​ການ​ແຈ້ງ​ຊີວະ​ປະຫວັດ​ຫຍໍ້ ​ເມື່ອ​ອອກ​ສະໝັກ​ຮັບ​ເລືອ​ຕັ້ງ​ເປັນ ສສຊ ຊື່​ງ​ໄດ້ລະ​ເມີດ​ຂໍ້ 1 ​ແລະ ຂໍ້ 2 ມາດຕາ 3 ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສສຊ ​ແລະ ກໍ່​ໃຫ້​ເກີດ​ຫາງ​ສຽງ​ບໍ່​ດີ​ໃນ​ສັງຄົມ. ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້ຢືນຢັນ​ວ່າ ທ່ານ​ນາງ Dang Thi Hoang Yen ບໍ່​ສົມ​ກັບ​ຄວາມ​ໄວ້ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ອີກ​ແລ້ວ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ