ວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ 6 ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ຕ້ອງ​ສັງ​ເກດ​ຄືນ​ບັນ​ດາ​ການ​ກະ​ທົບ​ກໍ່​ຄື​ມູນ​ຄ່າ, ຄວາມ​ໝາຍ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ຂ​ອງ​ເຫຼົ້າ, ເບຍ ໃນ​ຊິ​ວິດ​​ການ​ເປັນ​ຢູ່​ເມື່ອ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ເຫຼົ້າ, ເບຍ. ນີ້​ແມ່ນ​ເນື້ອ​ໃນ​ໂດຍ​ບັນ​ດາ​ຜູ້​ແທນ​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ລາຍ​ງານ​ໂຄງ​ການ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ສາ​ທາ​ລະ​ນະ​ສຸກ​ປີ 2018 ຢູ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6, ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ວັນ​ທີ 28/4. ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ທ່ານ ຫງວຽນ​ທິ​ກິມ​ຕ໋ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຖື​ວ່າ: ແຕ່​ດົນ​ນານ​ມາ​ແລ້ວ ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ກ່າວ​ເຕືອນ​ບັນ​ດາ​ຜົນ​ຮ້າຍ​ຂອງ​ເຫຼົ້າ, ເບຍ ສຳ​ລັບ​ສຸ​ຂະ​ພາບ​ຂອງ​ມະ​ນຸດ, ດັ່ງ​ນັ້ນ, ຕ້ອງ​ມີ​ກົດ​ໝາຍ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ສະ​ພາບ​ການ​​ສວຍ​ໃຊ້ເຫຼົ້າ, ເບຍ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກໍ່​ສະ​ເໜີ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ຊາ​ກອນ ກັບ​ບັນ​ດາ​ຂໍ້​ກຳ​ນົດ​ການ​ຮັກ​ສາ​ລະ​ດັບ​ການ​ເກີດ​ທົດ​ແທນ ແລະ ກ​ຳ​ນົດ​ກ່ຽວ​ກັບ​ຈຳ​ນວນ​ລູກ, ກຳ​ນົດ​ເພື່ອ​ຄວບ​ຄຸມ​ລະ​ດັບ​ການ​ເພີ່ມ​ທະ​ວີ​ອັດ​ຕາ​ສ່ວນເພດເມື່ອ​ເກີດ, ຫລຸດ​ຜ່ອນ​​ການ​ຂາດຄວາມ​ດຸ່ນ​ດ່ຽງ​ເພດ.


ຕອບກັບ

ຂ່າວ/ບົດ​ອື່ນ