ວາລະປະຊຸມຄົບຄະນະຄັ້ງທີ 6 ຄະນະຮຽບຮຽງຮ່າງປັບປຸງລັດຖະທຳມະນູນປີ 1992

ວາລະປະຊຸມຄົບຄະນະຄັ້ງທີ 6 ຄະນະຮຽບຮຽງຮ່າງປັບປຸງລັດຖະທຳມະນູນປີ 1992 - ảnh 1
ວາລະປະຊຸມຄົບຄະນະຄັ້ງທີ 6 ຄະນະຮຽບຮຽງຮ່າງປັບປຸງລັດຖະທຳມະນູນປີ 1992
ພາບ:internet


(vovworld) - ວັນ​ທີ 7/12, ຢູ່ ຮ່າ​ໂນ້ຍ, ຄະນະ​​ຮຽບຮຽງ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ (Uông Chu Lưu) ​ໄດ້​ເຂົ້າ​ຮ່ວມ​ວາລະ​ປະຊຸມ. ​ວາລະ​ປະຊຸມ​ຄັ້ງ​ນີ້ ຈະ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ, ວິທີ​ການ​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຈາກ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຄື: ຊ່ື​ເອີ້ນ, ​ໂຄງ​ປະກອບ, ​ເນື້ອ​ໃນ​ຂອງ​ບັນດາ​ພາກ​​ໃນ​ລັດຖະທຳ​ມະນູນ​ຄື: ລະບອບ​ການ​ເມືອງ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​; ຍົກ​ອອກ​ບັນດາ​ວິທີ​ການ​ທີ່​ສອດຄ່ອງ​ເພື່ອ​ສ້າງ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ໃຫ້​ສົມບູນ​ແບບ. ຄະນະ​ຮຽບຮຽງກໍ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ: ​ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາ ປະ​ເທດຫວຽດນາມ ສັງຄົມ​ນິຍົມ, ຈັດ​ຕັ້ງ​ກົງຈັກ​ລັດ ​ແລະ ຂັ້ນ​ຕອນ​ປັບປຸງ​ລັດຖະທຳ​ມະນູນ.

 

ຂ່າວ/ບົດ​ອື່ນ