ວາລະປະຊຸມຄົບຄະນະຄັ້ງທີ12ກຳມະທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ12ກຳມະທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 12, ​ເຊິ່ງດຳ​ເນີນ​ໄປ​ໃນຕ​ອນ​ເຊົ້າ​ວັນ​ທີ 22/09, ຢູ່​ຮ່າ​ໂນ້ຍ, ກຳ​ມະ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​​ເຫັນ​ໃສ່​ຮ່າງ​ບົດລາຍງານ​ຕິດຕາມ​ກວດກາ​ການ​ປະຕິ​ບັນະ​ໂຍບາຍ, ກົດໝາຍ​ສຳລັບ​ຜູ້​​ອາຍຸ​ສູງ ​ແລະ ຄົນ​ພິການ.

        ທີ່​ວາລະ​ປຶກສາ​ຫາລື, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ກັບ​ຮ່າງ​ບົດ​ລາຍງານ​ຕິດຕາມ​ກວດກາ​ການ​ປະຕິ​ບັດນະ​ໂຍບາຍ, ກົດໝາຍ​ສຳລັບ​ຜູ້​​ອາຍຸ​ສູງ ​ແລະ ຄົນ​ພິການ. ສຳ​ລັບ​ຜູ້​ມີ​ອາຍຸ​ສູງ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຖື​ວ່າ: ອັດຕາ​ຜູ້​ອາຍຸ​ສູງ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ຍັງ​ຕໍ່າ​ຢູ່ ສະ​ນັ້ນ​ຄວນ​ສຸມ​ໃສ່​ສ້າງ​ບັນຊີ​ລາຍ​ຊື່​ຜູ້​ອາຍຸ​ສູງ ​ເພື່ອ​ຮັບ​ປະກັນ​ໃຫ້​ຜູ້​ມີ​ອາຍຸ​ສູງ​ເຂົ້າ​ຮ່ວມ​ປະກັນສຸຂະພາບ​ໃຫ້​ຫຼາຍ​ກວ່າ. ນອກຈາກ​ນັ້ນ, ຕ້ອງ​ເພີ​່ມ​ເງິນ​ອຸດ​ໜູນ​ໃຫ້​ຜູ້​ມີ​ອາຍຸ 80 ປີຂຶ້ນ​ໄປ.

ກ່ຽວ​ຂ້ອງ​ເຖິງ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ໃຫ້​ຄົນ​ພິການ, ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ, ປະ​ຈຸ​ບັນ​ມີບັນດາ​ນະ​ໂຍ​ບາຍ​ໃຫ້​ຄົນ​ພິການ, ​ແຕ່​ວ່າ, ຄົນ​ພິການ​ຍັງ​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຫາວ​ຽກ​ເຮັດ​ງານ​ທຳ, ຄວນ​ມອບຄາດໝາຍ​ຮັບ​ສະໝັກ​ຄົນ​ພິການ​ໃຫ້​ບາງ​ຂະ​ແໜງ​ໃນ​ວຽກ​ງານຈຳນວນ​ໜຶ່ງ. ຄຽງຂ້າງ​ນັ້ນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ຄົນ​ພິການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ; ລົງທຶນ​ກໍ່ສ້າງ​ບັນດາ​ສູນ​ໜູນ​ຊ່ວຍ, ​ສ້າງ​ວຽກ​​ເຮັດງານ​ທຳໃຫ້​ຄົນ​ພິການ…

ຕອນ​ບ່າຍ​ວັນ​ດຽວ​ກັນ, ກຳ​ມະ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍງານ​ສະຫຼຸບ​ອາຍຸ​ການ​ຂອງ​ກຳມາ​ທິການ.

ຂ່າວ/ບົດ​ອື່ນ