ວາລະປະຊຸມຄົບຄະນະຄັ້ງທີ14ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ14ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 2/3, ຢູ່​ນະຄອນ ດ່າ​ລາດ (​ເລິ​ມດົ່ງ), ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 14 ​ເພື່ອ​ແນ​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຈະ​ມາ​ເຖິງ​ຂອງ​ສະພາ​ແຫ່ງ​ຊາດ. ທີ່​ວາລະ​ປະຊຸມ, ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ຽນ​ ໄດ້​​ແນະນຳ​ຮ່າງ​ລາຍ​ງານ​ຂອງ​ລັດຖະບານ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ກອງ​ທຶນ​ປະກັນ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ໃຫ້​ກຳມາ​ທິການ​ກວດກາ. ຕາມ​ນັ້ນ​ແລ້ວ, ບັນຫາ​ທີ່ວາງ​ອອກ​ໃນ​ບົດ​ລາຍ​ງານ​ນັ້ນແມ່ນ ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ​ຍັງ​ມີ​ຫຼາຍ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ; ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມປີ 2014 ມີ​ນະ​ໂຍບາຍ​ໃໝ່​ຫຼາຍສະບັບ, ມີ​ເອກະສານ​ຈຳນວນ​ໜຶ່ງ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຄືບ​ໜ້າ​ໄດ້. ​ເມື່ອ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ຽນ ຖື​ວ່າ, ສະພາ​ແຫ່ງ​ຊາດ​ຄວນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖີ່​ນ. ຄວນ​ນຳ​ໂຄງການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ເຂົ້າ​ໃນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ອາຍຸ​ການ​ຈະ​ມາ​ເຖິງ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ​ເຊິ່ງ​ໄດ້​ເກີດ​ຂຶ້ນ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ