ວາລະປະຊຸມຄົບຄະນະຄັ້ງທີ3ກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ3ກຳມາທິການເສດຖະກິດຂອງສະພາແຫ່ງຊາດ - ảnh 1
ວາ​ລະ​ປະ​ຊຸ​ມ​ຄົບ​ຄະ​ນະ​ຄັ້ງ​ທີ 2
ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອ​ງ​ສະ​ພາ​ແຫ່ງ​ຊາດ
(ພາບ​ປະ​ກອບ: quochoi.vn)

(vovworld) - ​ເພື່ອ​ກະ​ກ​ຽມ​ບັນ​ດາ​ບົດ​ລາຍ​ງານຜົນ​ແຫ່ງ​ການກວດ​ກາ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 14. ຕອນ​ເຊົ້າ​ວັນ​ທີ 29/10, ຢູ່​ຮ່າ​ໂນ​້ຍ, ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ເພື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ຮ່າງ​ກົດ​ໝາຍ​ວາງ​ແຜນ​ຜັງ. ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ ​ໄດ້ຍົກ​ອອກ​ຢ່າງ​ຈະ​ແຈ້ງ​ການ​ວາງ​ແຜນ​ຜັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຄື່ອງ​ມື​​ທີ່​ມີ​ປະ​ສິ​ດ​ທິ​ຜົນ ເພື່ອ​ໃຫ້​ທຸກ​ຂັ້ນ, ຂະ​ແໜງ​ການ​ຊີ້​ນຳ, ບໍ​ລິ​ຫານ ແລະ ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່​ການ​ເມືອງ, ຫັນ​ບັນ​ດາ​ຄາດ​ໝາຍ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ແຕ່​ລະ​ໄລ​ຍະ​ເປັນ​ລະ​ອຽດ. ເລືຶ່ອງ​ປະ​ກາດ​ໃຊ້​ກົ​ດ​ໝາຍ​ວ່າ​ດ້ວຍ​ການວ​າງ​ແຜນ​ຜັງ​ແມ່ນ​ຄວາ​ມ​ຈຳ​ເປັນ ແລະ ຮ​ີບ​ດ່ວນ​ໃນ​ປະ​ຈຸ​ບັນ. ຜ່ານ​ການ​ປຶກ​ສາ​ຫາ​ລື, ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ, ແຕ່​ຕ້ອງ​ປັບ​ປຸງ, ເພີ່ມ​ເຕີ່ມ ແລະ ເຮັດ​ແຈ້ງ​ບາງ​ມາດ​ຕາ​, ຂໍ້​ມາດ​ຕາ​ໃຫ້​ເໝ​າ​ະ​ສົມ.

ຂ່າວ/ບົດ​ອື່ນ