ວາລະປະຊຸມຄົບຄະນະຄັ້ງທີ່3ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

ວາລະປະຊຸມຄົບຄະນະຄັ້ງທີ່3ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ - ảnh 1
ພາບປະກອບ

(vovworld) – ​ ຕອນ​ເຊົ້າວັນ​ທີ 26/9, ຢູ່​ຮ່າ​ໂນ້ຍ, ກຳມາທິການ​ຍຸຕິ​ທຳ​ຂອງ​ສະພ​າ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3, ກວດກາ​ຮ່າງ​ກົດໝາຍ​​ປັບປຸງ, ​ເພີ່ມ​​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ປະມວນກົດໝາຍອາຍາ​ປີ 2015. ຕາມ​ໃບ​ສະ​ເໜີ​ຂອງ​ລັດຖະບານ, ຂອບຂອງ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ອາຍາ​ປີ 2015 ຄັ້ງ​ນີ້​ໄດ້​ກ່ຽວຂ້ອງ​ເຖິງ​ 141 ມາດຕາ, ​ໃນ​ນັ້ນມີ 43 ມາດຕາ​ປັບປຸງ​ກ່ຽວ​ກັບ​ເຕັກນິກ, 97 ມາດຕາ​ປັບປຸງ​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຍົກ​ເລີກ 1 ມາດຕາ. ຜ່ານ​ການ​ປຶກສາ​ຫາລື, ຄຳ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ: ຂອບ​​ເຂດ​ຂອງ​ຮ່າງ​ກົດໝາຍ ພຽງ​ແຕ່​ຄວນ​ປັບປຸງ​ບັນດາ​ຂໍ​້ມາດຕາ​ທີ່​ຈຳ​ເປັນ. ກ່ຽວ​ກັບ​​​ເກ່ນອາຍຸ​ຕ້ອງຮັບຜິດ​ຊອບ​ດ້ານ​ອາຍາ, ລັດຖະບານ​ສະ​ເໜີ​ປັບປຸງ, ​ເພີ່ມ​ເຕີ​ມຕາມ​ທິດ​ຜູ້​ມີ​ອາຍຸ​​ແຕ່ 14 ​ເຖິງ​ຕຳ່​ກ່ວາ 16 ປີພຽງ​ແຕ່ຕ້ອງ​ຮັບຜິດຊອບ​ທາງ​ອາຍາ ກ່ຽວ​ກັບ​ອາດ​ຊະ​ຍາກ​ຳຮ້າຍ​ແຮງ​ທີ່​ສຸດ ຍ້ອນ​ຕັ້ງ​ໃຈ ຫຼື ອາດ​ຊະ​ຍາກ​ຳຮ້າຍ​ແຮງ​ປັນພິ​ເສດ​.


ຂ່າວ/ບົດ​ອື່ນ