ວາລະປະຊຸມທີ 10ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ.

ວາລະປະຊຸມທີ 10ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ. - ảnh 1
ທ່ານ ຫງວຽນຟູ໋ຈ້ອງ ເປັນປະທານກອງປະຊຸມ

(vovworld)- ​​​​​​​​​ຕອນ​ເຊົ້າ​ວັນ​ທີ 27/4 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ໄດ້ຈັດ​ວາ​ລະ​ປະ​ຊຸມ​ທີ 10. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ເປັນ​ປະ​ທານ​ກອງປະ​ຊຸມ. ທີ່ກອງ​ປະ​ຊຸມ, ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໄດ້ປະ​ກາດ​ບັນ​ດາ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ບູ​ລະ​ນະ​ທົ່ວ​ຄະ​ນະ​ຊີ້​ນຳ. ຄະ​ນະ​ຊີ້​ນຳ​​​ຮັບ​ຮອງ​ເອົາ​ແຜນ​ການກວດກ​າ, ຕິດ​ຕາມກວດ​ກາກ່ຽວ​ກັບ​ກໍ​ລະ​ນີ​ຕ່າງໆ, ​ການ​ເປີດການສືບ​ສວນ​ສອບ​ສວນ, ການ​ຟ້ອງ​ສານ, ​ການພິ​ພາກ​ສາ​ບັນ​ດາ​ຄະ​ດີ​ ສໍ້​ລາດ​ບັງຫຼວງ, ເສດ​ຖະ​ກິດ​, ທີ່​ມີ​ຄວາມສັບ​ສົນ, ແລະ​ໄດ້​ຮັບ​ຄວາມສົນ​ໃຈ​ທີ່​ສຸດ​ຈາກສັງ​ຄົມ​ໃນປີ2016. ພ້ອມ​ທັງ​ດຳ​ເນີນ​ການກວດ​ກາ​ສະ​ເພາະ​ ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ, ການຄົ້ນພົບ​, ​ແລະ ແກ້​ໄຂ​ການ​ສໍ້​ລາດ​ບັງຫຼວງ​ໃນ​ຂົງ​ເຂດ​ພາ​ສີ​, ອາ​ກອນ. ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງກໍ່​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ແຜນ​ການ​ຜັນ​ຂະ​ຫ​ຍາຍ​​ຄຳ​ສັ່ງ 50 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ “ການ​ເພີ່ມ​ທະ​ວີ​ການ​ຊີ້​ນຳ ນຳ​ພາ​ຂອງ​ພັກ​ ສຳ​ລັບ​ວຽກ​ງານ​ຄົ້ນ​ພົບ​, ແກ້​ໄຂ​ຄະ​ດີ​ການ​ສໍ້​ລາດ​ບັງຫຼວງ”; ກ່ຽວ​ກັບ​ຄວາມ​ຄືບ​ໜ້າ, ໝາກ​ຜົນ​ການ​ແກ້​ໄຂ​ຄະ​ດີ​ສໍ້​ລາດ​ບັງຫຼວງ, ເສດ​ຖະ​ກິດ​, ທີ່​ມີ​ຄວາມສັບ​ສົນ, ​ ​​ ແລະ ​ໄດ້​ຮັບ​ຄວາມສົນ​ໃຈ​​ທີ່​ສຸດ​ຈາກສັງ​ຄົມ​.


ຂ່າວ/ບົດ​ອື່ນ