ວາລະປະຊຸມທາງການຂອງເວທີປາໄສເດັກນ້ອຍແຫ່ງຊາດຄັ້ງທີ 7

(VOVWORLD) - ເຂົ້າຮ່ວມເວທີປາໄສຄັ້ງນີ້ ມີເດັກນ້ອຍເກືອບ 200 ຄົນທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ.
ວາລະປະຊຸມທາງການຂອງເວທີປາໄສເດັກນ້ອຍແຫ່ງຊາດຄັ້ງທີ 7	 - ảnh 1ທ່ານນາງ ຫງວຽນທິງາ, ຮອງຫົວໜ້າກົມເດັກນ້ອຍ
(ພາບ: TTXVN)

        ຕອນເຊົ້າວັນທີ 08 ສິງຫາ, ຢູ່ ຮ່າໂນ້ຍ, ໄດ້ຈັດວາລະປະຊຸມທາງການຂອງເວທີປາໄສເດັກນ້ອຍແຫ່ງຊາດຄັ້ງທີ 7, ປີ 2023 ດ້ວຍຫົວຂໍ້ “ເດັກນ້ອຍເຂົ້າຮ່ວມການສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ປອດໄພ, ເປັນມິດ, ປອດໃສໃຫ້ແກ່ເດັກນ້ອຍ”, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 05-08 ສິງຫາ.

        ເຂົ້າຮ່ວມເວທີປາໄສຄັ້ງນີ້ ມີເດັກນ້ອຍເກືອບ 200 ຄົນທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ. ບັນດາເດັກນ້ອຍດີເດັ່ນນີ້ມາຈາກ 43/63 ແຂວງ, ນະຄອນ, ຫົວໜ່ວຍ… ເຊິ່ງຕາງໜ້າໃຫ້ເດັກນ້ອຍ 25 ລ້ານຄົນໃນທົ່ວປະເທດ. ຕາມນັ້ນແລ້ວ, ມີ 5 ໝວດບັນຫາຈະໄດ້ໄດ້ຍົກອອກມາເພື່ອໃຫ້ເດັກນ້ອຍປຶກສາຫາລື, ຍົກອອກສານ ແລະ ສະເໜີແນະເພື່ອຜູ້ໃຫຍ່ອາດຈະໜູນຊ່ວຍພວກນ້ອງ, ຄື: ເຂົ້າຮ່ວມການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ, ທຳຮ້າຍເດັກ; ການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ພະຍາດ… ທ່ານນາງ ຫງວຽນທິງາ, ຮອງຫົວໜ້າກົມເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

        “ເວທີປາໄສເດັກນ້ອຍແຫ່ງຊາດຄັ້ງນີ້ມີຈຸດປ່ຽນແປງໃໝ່ເມື່ອທຽບໃສ່ເວທີປາໄສເດັກນ້ອຍແຫ່ງຊາດໃນເມື່ອກ່ອນ. ນັ້ນແມ່ນ, ການນຳຂອງກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດ, ກະຊວງສຶກສາ ແລະ ບຳລຸງສາງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ… ຈະພົບປະໂດຍກົງກັບພວກນ້ອງ. ຈາກແງ່ມູມສັງເກດຂອງພວກນ້ອງ, ຄະນະຈັດຕັ້ງເວທີປາໄສຫວັງວ່າ ບັນດາຄຳເຫັນ, ມາດຕະການແກ້ໄຂ ກໍຄືຄວາມມຸ່ງມາດປາດຖະໜາຂອງພວກນ້ອງນັ້ນ ບັນດາອົງການຈັດຕັ້ງຈະຄົ້ນຄວ້າ, ຮັບເອົາ ແລະ ຫັນແຜນການ, ລາຍການເປັນລະອຽດໃນໄລຍຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ