ວາ​ລະປະ​ຊຸມ​ທ​ຳ​ອິດ​ຂອງ ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິການ ​ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII

(VOVWORLD) -ກົມການເມືອງ, ຄະນະເລຂານຸການ ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະປະຊຸມທຳອິດ ເພື່ອປະກອບຄຳເຫັນສຳລັບການປະຕິບັດຄຳສັ່ງເລກທີ 48 ຂອງ ຄະນະເລຂາທິການ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021; ໜ້າທີ່ຈຸດສຸມຂອງ ໄຕມາດທີ 1 ປີ 2021 ແລະ ແຜນນະໂຍບາຍຊື້, ນຳໃຊ້ວັກຊິນກັນພະຍາດໂຄວິດ - 19.
ວາ​ລະປະ​ຊຸມ​ທ​ຳ​ອິດ​ຂອງ ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິການ ​ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII - ảnh 1ວາລະປະຊຸມທຳອິດກົມການເມືອງ, ຄະນະເລຂານຸການ ຊຸດທີ XIII (ພາບ: TTXVN)

ຕອນເຊົ້າວັນທີ 18 ກຸມພາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງ, ຄະນະເລຂານຸການ ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນວາລະປະຊຸມທຳອິດ ເພື່ອປະກອບຄຳເຫັນສຳລັບການປະຕິບັດຄຳສັ່ງເລກທີ 48 ຂອງ ຄະນະເລຂາທິການ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021; ໜ້າທີ່ຈຸດສຸມຂອງ ໄຕມາດທີ 1 ປີ 2021 ແລະ ແຜນນະໂຍບາຍຊື້, ນຳໃຊ້ວັກຊິນກັນພະຍາດໂຄວິດ - 19.

        ກົມການເມືອງ, ຄະນະເລຂາທິການ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາວ່າ: ບັນດາຂະແໜງການ ແລະ ຂັ້ນຕ່າງໆ ໄດ້ຊາບຊຶມ, ປະຕິບັດວຽກງານເບິ່ງແຍງດູແລ, ຈັດຕັ້ງການຕ້ອນຮັບບຸນເຕັດປີສະຫຼູ 2021 ໄດ້ຢ່າງເຂັ້ມງວດ ດ້ວຍບັນດາວຽກງານທີ່ແທດຈິງ, ຈຳກັດການຈັດຕັ້ງກິດຈະກຳຕ່າງໆທີ່ບໍ່ຈຳເປັນເພື່ອເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.

        ກ່ຽວກັບໜ້າທີ່ຈຸດສຸມຂອງ ໄຕມາດ I ປີ 2021, ກົມການເມືອງ, ຄະນະເລຂາທິການ ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ ສຸມໃນຊີ້ນຳ, ນຳພາ, ສ້າງເງື່ອນໄຂສະດວກ ເພື່ອຄວບຄຸມໂລກລະບາດໂຄວິດ - 19, ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ໜ້າທີ່ບຸລິມະສິດແຖວໜ້າ, ທັງຮີບດ່ວນ, ທັງຍາວນານ.

        ກໍທີ່ກອງປະຊຸມດັ່ງກ່າວ, ກົມການເມືອງ, ຄະນະເລຂາທິການກໍເຫັນດີ ແລະ ຕົກລົງກັນກ່ຽວກັບແຜນນະໂຍບາຍຊື້ ແລະ ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ. ວຽກງານດັ່ງກ່າວ ຕ້ອງໄດ້ຈັດຕັ້ງປະຕິບັດໂດຍດ່ວນ, ໝູນໃຊ້ການຊື້ໃນກໍລະນີພິເສດຕາມຂໍ້ກຳນົດຂອງກົດໝາຍ ແລະ ຕາມຄຳກ່າວເຕືອນຂອງ ອົງການອະນາໄມໂລກ ແລະ ຂອງຜູ້ຜະລິດ.


ຕອບກັບ

ຂ່າວ/ບົດ​ອື່ນ