ວາລະປະຊຸມທຳອິດຂອງຄະນະກຳມະການປະສົມກ່ຽວກັບ FTA ລະຫວ່າງຫວຽດນາມ ແລະ EAEU

(VOVWORLD) -ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ວັນທີ 29 ມີຖຸນາ, ຢູ່ສຳນັກງານຄະນະກຳມະການເສດຖະກິດອາຊີ - ເອີລົບ ໄດ້ດຳເນີນວາລະປະຊຸມຄັ້ງທຳອິດຂອງຄະນະກຳມະການປະສົມກ່ຽວກັບການປະຕິບັດສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊຽນ-ເອີລົບ (VN – EAEU FTA)
ວາລະປະຊຸມທຳອິດຂອງຄະນະກຳມະການປະສົມກ່ຽວກັບ FTA ລະຫວ່າງຫວຽດນາມ ແລະ EAEU - ảnh 1(ພາບປະກອບ: TTXVN)

ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີນຕ໋ວນແອງ ແລະ ທ່ານລັດຖະມົນຕີຜູ້ຮັບຜິດຊອບດ້ານການຄ້າຄະນະກຳມະການເສດຖະກິດອາຊີ - ເອີລົບ Veronika Nikishina.

        ທີ່ວາລະປະຊຸມຄັ້ງນີ້ິ້, 2 ຝ່າຍໄດ້ເຕື້ອງເຖິງສະພາບຜັນແປໃນໄລຍະຜ່ານມາທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍສັນຍາ FTA ຢ່າງກົງໄປກົງມາ. 2 ຝ່າຍໄດ້ເຫັນດີນຳກັນກ່ຽວກັບບັນດາປະສິດທິຜົນຢ່າງຕັ້ງໜ້າໃນໄລຍະຜ່ານມາ ພາຍຫຼັງສັນຍາການຄ້າເສລີເລີ່ມມີຜົນສັກສິດ, ນຳມາເຊິ່ງລະດັບເຕີບໂຕໃນການສົ່ງອອກ, ນຳເຂົ້າລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພັນທະມິດພາສີຫຼາຍພໍສົມຄວນ. ບັນດາສະມາຊິກເຂົ້າຮ່ວມກອງປະຊຸມກໍ່ກວດກາ, ຕີລາຄາຄືນບັນດາມາດຕະການທີ່ຈຳເປັນ, ໃນນັ້ນມີມາດຕະການຈັດຕັ້ງການໂຄສະນາ ບັນດາຄຳໝັ້ນສັນຍາເຊື່ອມໂຍງຂອງບັນດາປະເທດໃນ FTA ນີ້ເຖີງປະຊາຄົມວິສາຫະກິດ… ຢ່າງທັນການ, ຄົບຖ້ວນກວ່າ. ສັນຍາ FTA ລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊຽນ-ເອີລົບ ເລີ່ມມີຜົນສັກສິດນັບແຕ່ວັນທີ 05 ຕຸລາ 2016.

ຕອບກັບ

ຂ່າວ/ບົດ​ອື່ນ