ວາລະປະຊຸມປະຈຳເດືອນ 2/2012ຂອງ ລັດຖະບານຫວຽດນາມ

ວາລະປະຊຸມປະຈຳເດືອນ 2/2012ຂອງ    ລັດຖະບານຫວຽດນາມ - ảnh 1
ວາລະປະຊຸມປະຈຳເດືອນຂອງລັດຖະບານຫວຽດນາມ
ພາບປະກອບ ຈາກ internet

(vov) - ​ໃນ​ວັນ​ທີ 5 ​ແລະ 6/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີ​ຢູງ ​ໄດ້​ເປັນ​ປະທານ​ວາລະ​ປະ​ຊຸມ​ປະຈຳ​ເດືອນ 2/2012. ຕາມ​ການ​ສະຫລຸບ​ທີ່​ວາລະ​ປະຊຸມ, ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ 2 ​ແລະ ສອງ​ເດືອນ​ຕົ້ນ​ປີ​ສືບ​ຕໍ່​ບັນລຸ​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ. ຖ້າວ່າ 2 ​ເດືອນ​ຕົ້ນ​ປີ 2011, ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 3,87%, 2 ​ເດືອນ​ຕົ້ນ​ປີ 2012 ນີ້ ​ໄພ​ເງິນ​ເຟີ້​ພຽງ 2,38%. ທະນາຄານ​ການ​ຄ້າ​ຈຳນວນ​ຫນຶ່ງ​ໄດ້​ຫລຸດ​ອັດຕາ​ດອກ​ເບ້ຍ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.  ການ​ສົ່ງ​ອອກ​ໃນ 2 ​ເດືອນ​ຕົ້ນ​ປີ ​ບັນລຸ​ກວ່າ 15 ຕື້ USD ​ເພີ່ມ​ຂຶ້ນ​ເກືອບ 25% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທະນາຄານ​ແຫ່ງ​ລັດ ຕ້ອງ​ບໍລິຫານ​ເພື່ອຮັກສາ​ອັດຕາ​ແລກປ່ຽນ​ເປ​ັນປົກກະຕິ, ສືບ​ຕໍ່​ປົວ​ແປງ​ຄວາມສາມາດ​ການ​ຊຳລະ​ຂອງ​ລະບົບ ​ແລະ ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ທະນາຄານ​ຄືນ​ໃຫມ່​ຢ່າງ​ແຫນ້ນ​ແຟ້ນ.

        “ພາຍຫລັງ​ວາລະ​ປະຊຸມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີສະ​ເຫ​ນີ​ໃຫ້​ທະນາຄານ​ແຫ່ງ​ລັດ​ຕ້ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍ​ໃນ​ທັນ​ທີ່. ຮັກສາ​ອັດຕາ​ແລກປ່ຽນ​ເປັນ​ປົກກະຕິ, ຄວາມ​ສາມາດ​ການ​ຊຳລະ​ຂອງ​ທະນາຄາ​ນ​ໄດ້​ແກ້​ໄຂ​​ໄດ້ບາດກ້າວສຳຄັນ​ຫນຶ່ງ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ທະນາຄານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ໃນ​ໄລຍະ​ຜ່ານ​ມາ​ມີ​ສັນຍາ​ນດີ​ຂຶ້ນ.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ສຸມ​ໃສ່​​ໃນ​ລະດັບ​ສູງ​ສຸດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ດ້ວຍ​ກົນ​ໄກ, ນະ​ໂຍບາຍ​ລະອຽດ​ສຳລັບ​ແຕ່ລະ​ຂົງ​ເຂດ, ​ແຕ່ລະ​ຮູບ​ການ​ວິ​ສາ​ຫະກິດ ​ເພື່ອ​ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ.

        ​ແລະ​ກໍ​ໃນ​ວາລະ​ປະຊຸມ, ບັນດາ​ສະມາ​ຊິກ​​ໃນ​ຄະນະ​ລັດຖະບານ ​ໄດ້​ປະກອບ​ຄຳ​ເຫັນ​ບາງ​ບັນຫາ​ໃຫຍ່​ທີ່​ກ່ຽວຂ້ອງ​ເຖິງ​ການ​ສະຫລຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 3 ຊຸດ​ທີ 10 ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​​ໄພ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ. ​ແຜນ​ຮ່າງ​ບາງ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ໄລຍະ 2012 - 2020 ​ແລະ ​ເອກະສານ​ນິຕິ​ກຳ​ສຳຄັນ​ຈຳນວນ​ຫນຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ