ວາລະ​ປະຊຸມ​ປະຈຳ​ເດືອນ 3 ຂອງ​ລັດຖະບານ​


ວາລະ​ປະຊຸມ​ປະຈຳ​ເດືອນ 3 ຂອງ​ລັດຖະບານ​ - ảnh 1

 (ພາບ: VGP/Nhật Bắc)

 (vovworld)- ວັນ​ທີ 1/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ເປັນ​ປະທານວາລະ​ປະຊຸມ​ປະຈຳ​ເດືອນ 3 ຂອງ​ລັດຖະບານ​ຫວຽດນາມ ​ເພື່ອ​ສຸມ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ເດືອນ 3 ​ແລະ ທັງ​ໄຕ​ມາດ​ທີ 1 ທີ່​ຜ່ານ​ມາ, ພ້ອມ​ທັງ​ເອກະ​ພາບ​ບັນດາ​ມາດ​ຕະການ​ຄົບ​ຊຸດ​ເພື່ອ​ແນ​ໃສ່​ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ, ປະຕິບັດບັນດາ​ໜ້າທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນຊຸມ​ເດືອນ ​ແລະ ​ໄຕ​ມາດ​ຕໍ່​ໄປ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຊີ້​ແຈງ​ວ່າ: ບັນດາ​ສິ່ງ​ຍັງ​ຄົງ​ຂ້າງ, ຂໍ້​ຈຳກັດຕ້ອງ​ສຸມ​ໃສ່​ຊີ້​ນຳ​ແກ້​ໄຂ, ​ໃນ​ນັ້ນພິ​ເສດ​ແມ່ນ​ເລື່ອງ​ເພີ່ມ​ຍອດ​ຄວາມ​ຕ້ອງການລົງ​ມຶນ​ຍັງ​ຊັກ​ຊ້າ, ໜີ​ເສຍ​ຍັງ​ຫຼາຍ, ລາຄາ​ຜະລິດ​ຕະພັນ​ກະ​ເສດ​ຫລຸດ​ລົງ… ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ໃຫ້ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຈົ່ງ​ສືບ​ຕໍ່​ສະຫງວນ​ແຫຼ່ງກຳລັງ​ເພື່ອ​ເພິ່ມຍອດ​ຄວາມ​ຕ້ອງການ​ລົງທຶນ:

  “​ເພື່ອ​ເພີ່ມ​ຍອດ​ຄວາມ​ຕ້ອງການ​ລົງທຶນ, ຕ້ອງພະຍາຍາມ​ຍູ້​ການ​ສິນ​ເຊື່ອ​ຕື່ມອີກ​ເພື່ອ​ຊ່ວຍ​ວິ​ສາ​ຫະກິດ, ຄອບຄົວ​ດຳ​ເນີນ​ທຸລະ​ກິດ​ກູ້​ຢືມ​ທຶນ. ບັນດາ​ທ່ານ​ການ​ນຳ​ຄວນ​ພິຈາລະນາ​ບັນດາ​ບ່ວງ​ເງິນ​ກູ້​ຢືມ​ກ່ອນ​ນີ້​ດ້ວຍ​ອັດຕາ​ດອກ​ເບັ້ຍຕ່ຳ, ປະຈຸ​ບັນ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ທີ່​ສຸດ, ຕ້ອງ​ແກ້​ໄຂ​ໃຫ້​ເຂົາ​ເຈົ້າຄື​ແນວ​ໃດ. ພວກ​ເຮົາ​ຕ້ອງ​ເພິ່ມຍອດ​​ເຫຼືອຫນີ້​ສິນຕິດ​ພັນ​ກັບ​ຄຸນ​ນະພາ​ບສິນ​ເຊື່ອ“.

  ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ບັນດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ຂ້ຽວຂາດ​ກ່ວາ​ໃນ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃໝ່; ສ້າງໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່; ສ້າງໂຄງ​ປະກອບ​ລັດ​ວິ​ສາ​ຫະກິດຄືນ​ໃໝ່ດ້ວຍ​ຈຸດ​ສຸມ​ແມ່ນ​ຫັນ​ເປັນ​ຫຸ້ນ​ສ່ວນ. ພ້ອມ​ກັນນັ້ນສຸມ​​ໃສ່ສ້າງໂຄງ​ປະກອບກະສິກຳຄືນ​ໃໝ່, ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໜູນ​ຊ່ວຍ​ຊາວ​ກະສິກອນ​ກູ້​ຢືມ​ທຶນ​ເພື່ອ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ ປຊຊ./.

ຂ່າວ/ບົດ​ອື່ນ