ວາລະປະຊຸມປະທານຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ

(VOVWORLD) - ໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນກົນໄກຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ
ວາລະປະຊຸມປະທານຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ - ảnh 1(ຜູ້ແທນເຂົ້າຮ່ວມວາລະປະຊຸມ)

        ໃນວັນທີ 28 – 29 ພຶດສະພາ, ຢູ່ນະຄອນ ຄຸນໝິງ, ຈີນ, ໄດ້ຈັດວາລະປະຊຸມປະທານຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ. ຢູ່ທີ່ນີ້, 2 ຝ່າຍໄດ້ແລກປ່ຽນ ແລະ ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບແຜນການປະຕິບັດງານປີ 2024 ຂອງຄະນະກຳມະການປະສົມ, ໃນນັ້ນ, ຈຸດສຸມແມ່ນສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ຄື: ສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບເຂດຊາຍແດນທາງບົກ ຫວຽດນາມ - ຈີນ (2000 – 2025), 15 ປີແຫ່ງວັນເຊັນອະນຸສັນຍາຂີດເສັ້ນປັກຫລັກໝາຍຊາຍແດນທາງບົກ ຫວຽດນາມ - ຈີນ (2010 – 2025)... ແລະ ເນື້ອໃນກ່ຽວຂ້ອງຈຳນວນໜຶ່ງ.

        ໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນກົນໄກຄະນະກຳມະການປະສົມເຂດຊາຍແດນທາງບົກ ຫວຽດນາມ - ຈີນ, ປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ດ່ານຊາຍແດນໃຫ້ເປັນຢ່າງດີ, ຖືກຕາມເອກະສານນິຕິກຳ 03 ສະບັບ ກ່ຽວກັບເຂດຊາຍແດນທາງບົກ ຫວຽດນາມ - ຈີນ ແລະ ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ, ຊຸກຍູ້ການຮ່ວມມື, ພັດທະນາຢູ່ເຂດຊາຍແດນ, ພ້ອມກັນສ້າງເຂດຊາຍແດນລະຫວ່າງ 2 ປະເທດໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ